ອີຣັກ,ລັດເຊຍ,ອີຣານແລະຊີຣີເຫັນດີຮ່ວມມືຕ້ານIS

ອີຣັກ,ລັດເຊຍ,ອີຣານແລະຊີຣີເຫັນດີຮ່ວມມືຕ້ານIS - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 26/09, ອີຣັກ ​ໄດ້​ແຈ້ງວ່າ, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທະຫານ​ຂອງ​ປະ​ເທດ​ນີ້​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ຮ່ວມ​ມື​ດ​້ານປ​້ອງກັນ​ຄວາມ​ສະຫງົບ ​ແລະ ສືບ​ລາຊະການ​ລັບ​ກັບ​ລັດ​ເຊຍ, ອີຣານ ​ແລະ ຊີຣີ ​ເພື່ອ​ຮັບ​ມື​ກັບ​​ໄພ​ນາບ​ຂູ່​ຈາກ​ກຸ່ມ​ລັດ​ອິດສະ​ລາມ IS ຂະ​ໜານ​ນາມ​ເອງ. ​ແຈ້ງ​ການ​ຂອງ​ກອງ​ບັນຊາ​ການ​ຍຸດບັ້ນຮົບ​ປະ​ສົມ ສັງ​ກັດ​ກອງທັບ​ອີຣັກ ​ໃຫ້​ຮູ້​​ຂໍ້​ຕົກລົງກ່ຽວ​ກັບການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ປະ​ເທດ ດ້ວຍ​ຄວາມ​ວິຕົກ​ກັງວົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ມົດສກູ ກ່ຽວ​ກັບ​ການ​ມີໜ້າ​ຂອງ​ພວກ​ກໍ່ການ​ຮ້າຍ​ນັບ​ພັນ​ຄົນ​ທີ່​ມາ​ຈາກ​ລັດ​ເຊຍ ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ອາດຊະຍາ​ກຳ​ພ້ອມ​ກັບ IS.

ຂ່າວ/ບົດ​ອື່ນ