ອີຣານ ກະກຽມເປີດກວ້າງ ຂອບຂະຫນາດໃຫຍ່ ໃຫ້ແກ່ໂຄງການນິວເຄຼຍ

ອີຣານ ກະກຽມເປີດກວ້າງ  ຂອບຂະຫນາດໃຫຍ່  ໃຫ້ແກ່ໂຄງການນິວເຄຼຍ - ảnh 1
ປະທານາທິບໍດີ ອີຣານ Mahmoud Almadinejad ຢ້ຽມຢາມຮາກຖານນິວເຄຼຍ

(vovworld) - ວັນ​ທີ​ 18/2, ບັນດາ​ນັກ​ການ​ທູດ​ໂດຍ​ບໍ່​ເຜີຍ​ຊື່​ໃຫ້​ຮູ້​ວ່າ : ອີຣານ ກະກຽມ​ເປີດ​ກວ້າງ​ຂອບ​ຂະຫນາດ​ໃຫຍ່​ໃຫ້​ແກ່​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ຢູ່ ຮາກ​ຖານ​ປີດ​ລັບ​ແຫ່ງ​ຫນຶ່ງ​. ຕາມ​ວົງ​ການ​ນັກ​ການ​ທູດ​ແລ້ວ, ​ເຕ​ເຮຣານ ​ໄດ້​ກະກຽມ​ຮາກຖານ​ນີ້ ​ເພື່ອ​ຕິດ​ຕັ້ງ​ຈັກ​ພົ້ນ​ສູນ​ລຸ້ນ​ໃຫມ່​ນັບ​ພັນ​ເຄື່ອງ. ບັນດາ​ຈັກ​ພົ້ນ​ສູນ​ນີ້ ສາດ​ມາດ​ຜະລິດ urani ​ເສີມ​ທາດ​ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ​ຫລາຍ​ກວ່າ​ເມື່ອ​ທຽບ​ກັບ​ຈັກ​ພົ້ນ​ສູນ​ປະຈຸ​ບັນ. ​ແລະ​ກໍ​ຕາມ​ວົງ​ການ​ນັກ​ການ​ທູດ​ແລ້ວ, ລະບົບ​ໄຟຟ້າ, ລະບົບ​ທໍ່​ສົ່ງ ​ແລະ ອຸປະກອນ​ຫນູນ​ຊ່ວຍ​ໃຫ້​ແກ່​ບັນດາ​ຈັກ​ພົ້ນ​ສູນ​ລຸ້ນ​ໃຫມ່​ນີ້ ລ້ວນ​ແຕ່​​ໄດ້ກຽມພ້ອມ​ແລ້ວ.

ກ່ຽວຂ້ອງ​ເຖິງ ອີຣານ, ວັນ​ທີ 18/2, ສຳນັກ​ຂ່າວ IRNA ຂອງ​ອີຣານ ​ໃຫ້ຮູ້​ວ່າ: ບັນດາ​ກຳ​ປັ່ນ​ຮົບ​ຂອງ ອີຣານ ​ໄດ້​ເຂົ້າ​ທະ​ເລ​ເມ​ດີ​ຕາ​ລາ​ເນ ພາຍຫລັງ​ຜ່ານ​ຄອງ​ທະ​ເລ  Suez ຂອງ ອີ​ຢີບ. ນີ້​ແມ່ນ​ຄັ້ງ​ທີ 2 ກຳ​ປັ່ນ​ຮົບ​ຂອງ ອີຣານ ​ໄດ້​ເຂົ້າ​ທະ​ເລ​ເມ​ດີ​ຕາລາ​ເນ. ຄັ້ງ​ກ່ອນ​ນີ້​ແມ່ນ​​ໃນ​ເດືອນ 2/2011, ກຳ​ປັ່ນ​ຮົບ​ຂອງ ອີຣານ ​ໄດ້​ເຂົ້າ​ເຂດ​ທະ​ເລ​ດັ່ງ​ກ່າວ ກໍ​ຄວາມ​ຄັດຄ້ານ​ຢ່າງ​ແຮງ​ຈາກ Ixraen ​ແລະ ອາ​ເມ​ລິ​ກາ. ຊ້ຳ​ບໍ່​ໜຳ Ixraen ​ໄດ້​ຈັດ​ວາງ​ທະຫານ​ເຮືອ​ຂອງ​ຕົນ​ຢູ່​ໃນ​ສະພາວະ​ເຕືອນ​ໄພ​ສູງ​ສຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ