ອີຣານ: ການເຈລະຈາ ກັບ ອາເມລິກາ ຄວນອີງຕາມຂອບເຂດຂອງ JCPOA

(VOVWORLD) -ວັນທີ 25 ກັນຍາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ບໍ່ວ່າການເຈລະຈາໃດໃນອະນາຄົດ ກັບ ອາເມລິກາ  ກໍຄວນອີງຕາມຂອບເຂດຂອງ ຂໍ້ຕົກລົງນິວເຄຼຍສາກົນ ເຊິ່ງ ອີຣານ ແລະ ກຸ່ມ P5+1  ໄດ້ລົງນາມ, ດ້ວຍຊື່ເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA). ້ງໜ້າເຂົ້າໃນການກໍ່ສ້າງສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ.

ອີຣານ: ການເຈລະຈາ ກັບ ອາເມລິກາ ຄວນອີງຕາມຂອບເຂດຂອງ JCPOA  - ảnh 1ທ່ານປະທານາທິບໍດີ ອີຣານ Hassan Rouhani ກ່າວຄໍາເຫັນທີ່ກອງປະຊຸມຄົບຄະນະຄັ້ງທີ 73 ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ ນິວຢອກ

(ພາບ: THX/TTXVN)

ກ່າວຄໍາເຫັນທີ່ກອງປະຊຸມຄົບຄະນະຄັ້ງທີ 73 ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານ Rouhani ຊີ້ແຈ້ງວ່າ, ບໍ່ວ່າການເຈລະຈາໃດ ກໍຄວນປະຕິບັດຕາມຂອບເຂດຂອງ JCPOA  ແລະ ມະຕິສະບັບເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ນອກຈາກນ້ັນ, ການນໍາ ອີຣານ ກໍກ່າວປະນາມອໍານາດການປົກຄອງ ວໍຊິງຕັນ ວ່າມີກົນອຸບາຍໂຄ່ນລົ້ມລັດຖະບານ ຂອງທ່ານ.

        ໃນຂະນະນັ້ນ, ທີ່ກອງປະຊຸມດັ່ງກ່າວ, ທ່ານປະທານາທິບໍດີ Rouhani ເນັ້ນໜັກວ່າ, ອີຣານ “ມີຄວາມເພິ່ງພໍໃຈຕໍ່ເລື່ອງ ປະຊາຄົມສາກົນ ບໍ່ສະໜັບສະໜູນ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວພຽງລໍາພັງໃຈ ແລະ ຜິດກົດໝາຍ”. ທ່ານ ກໍຕໍາໜິຕິຕຽນບັນດາມາດຕະການລົງໂທດ ໂດຍ ອາເມລິກາ ເປັນຜູ້ລິເລີ່ມ ເພື່ອແນໃສ່ ເຕເຮຣານ ນັ້ນແມ່ນການ “ກໍ່ການຮ້າຍດ້ານເສດຖະກິດ”. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ອີຣານ ກໍ ຖະແຫຼງວ່າ ເຕເຮຣານ ສະໜັບສະໜູນ ເລື່ອງສ້າງຕັ້ງກົນໄກລວມ ເພື່ອຮັບປະກັນຄວາມໝັ້ນຄົງຢູ່ເຂດ ອ່າວ ເປີເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ