ອີຣານ ກ່າວເຕືອນ ຝ່າຍຕາເວັນຕົກ ຜັນຂະຫຍາຍລູກສອນໄຟ Patriot ຢູ່ ຕວກກີ

ອີຣານ ກ່າວເຕືອນ ຝ່າຍຕາເວັນຕົກ ຜັນຂະຫຍາຍລູກສອນໄຟ Patriot ຢູ່ ຕວກກີ - ảnh 1
ລູກສອນໄຟ Patriot
ພາບ: Wiki

(vovworld) - ​ວັນ​ທີ 23/12, ຊ່ອງ​ໂທລະພາບ Press TV ຂອງ ອີຣານ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງປະ​ເທດ​ນີ້ ​ໂດຍ​ໃຫ້​ຮູ້​ວ່າ: ​ເລື່ອງ​ອົງການ NATO ຜັນ​ຂະຫຍາຍ​ບັນດາ​ລູກ​ສອນ​ໄພ Patriot ຢູ່​​ເຂດຊາຍ​ແດນ​ຂອງ​ ຕວກກີ - ຊີຣີ ອາດ​ຈະ​ພາ​ໄປ​ເຖິງ​ໃຫ້ການຊ່ວງ​ເສັງ​ອາວຸດ​ໃນ​ພາກ​ພື້ນ. ຕາມ​ທ່ານ Vahid Ahmadi, ກຳມະການ​ກຳ​ມາ​ທິການ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ສະພາແຫ່ງ​ຊາດ​ແລ້ວ, ການ​ມີໜ້າ​ຂອງ​ກຳ​ລັງ​ຕ່າງປະ​ເທດ​ຢູ່​ບັນດາ​ປະ​ເທດອິສະລາມ ຍາມ​ໃດ​ກໍ “ກໍ່​ໃຫ້​ເກີດ​​ບັນຫາຕ່າງໆ” ​ໃຫ້​ປະ​ເທດ​ນີ້​ເອງ. ອີຣານ ຖື​ວ່າ:  ​ເລື່ອງ​ຜັນ​ຂະຫຍາຍ​ບັນດາກອງ​ກຳລັງລູກ​ສອນ​ໄຟ Patriot ຍັງ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕວກກີ ​ແລະ ຈະ​ບໍ່​ຊ່ວຍ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ແກ່​ປະ​ເທດ​ນີ້. ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ຍາມ​ໃດ​ກໍ​ຊອກ​ຫາ​ຜົນ​ປະ​ໂຫຍ​ດຂອງ​ຕົນ ຜ່ານ​ການ​ມີໜ້າ​ຂອງກຳລັງ NATO ຢູ່​ພາກ​ພື້ນ ​ແລະ ບໍ່​ຮັບ​ຮູ້ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ໆ./.

ຂ່າວ/ບົດ​ອື່ນ