ອີ​ຣານ ຈະ​ປະ​ກາດ​ຄວາມ​ຄືບ​ໜ້າ​ໃນ​ການ​ຜະ​ລິດ ຢູ​ລາ​ນຽນ

(VOVWORLD) - ວັນທີ 7 ເມສາ, ສະຖານີໂທລະພາບແຫ່ງລັດ ອີຣານ  ໄດ້ຄັດສະເໜີຄຳເວົ້າຂອງທ່ານ Behrouz kamalvandi ໂຄສົກອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ ໃນເວລາບໍ່ຮອດ 4 ເດືອນ, ອີຣານ ເສີມຢູລະນຽນ 55 ກິໂລກຼາມ ຢູ່ລະດັບ 20% ແລະ ໃນຮອບເວລາ 8 ເດືອນ, ປະເທດນີ້ ອາດສາມາດເສີມ ຢູລານຽນໄດ້ 120 ກິໂລກຼາມ ຢູ່ລະດັບ 20%.
ອີ​ຣານ ຈະ​ປະ​ກາດ​ຄວາມ​ຄືບ​ໜ້າ​ໃນ​ການ​ຜະ​ລິດ ຢູ​ລາ​ນຽນ - ảnh 1ພາບປະກອບ:  AFP/TTXVN

ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ ອາເມລິກາ ແລະ ອີຣານ ດຳເນີນບັນດາການເຈລະຈາທາງອອ້ມຢູ່ Vienna (ປະເທດ ໂອຕາລິດ) ຊຶ່ງທັງສອງຝ່າຍລ້ວນແຕ່ຮັບຖືວ່າ ແມ່ນ “ມີລັກສະນະສ້າງສັນ” ເພື່ອແນໃສ່ຊອກຫາວິທີການເພື່ອກັບຄືນສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ ໂດຍອີຣານ ແລະ ບັນດາປະເທດມະຫາອຳນາດໄດ້ລົງນາມໃນປີ 2015 ທີ່ມີຊື່ຢ່າງຄົບຖ້ວນແມ່ນ ແຜນການກະທຳຢ່າງຮອບດ້ານລວມ (JCPOA).

        ປີ 2020, ສະພາແຫ່ງຊາດ ອີຣານ ໄດ້ຮັບຮອງເອົາກົດໝາຍອະນຸຍາດໃຫ້ລັດຖະບານ ວາງອອກທັດສະນະແຂງກະດ້າງກ່ຽວກັບບັນຫານິວເຄຼຍ, ຄືສ່ວນໜຶ່ງໃນຄວາມມານະພະຍາຍາມເພື່ອແນໃສ່ໂຕ້ຕອບເລື່ອງ ທ່ານ Donald Trump ອະດີດປະທານາທິບໍດີ ອາເມລິກາ ນຳອາເມລິກາຖອນຕົວອອກຈາກຂໍ້ຕົກລົງໃນປີ 2018 ແລະ ຈັດວາງບັນດາມາດຕະການລົງໂທດຕໍ່ Tehran ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ