ອີຣານ ຈະເສີມທາດ urani ໃນຂອບເຂດຂໍ້ຕົກລົງ JCPOA

(VOVWORLD) -ວັນທີ 04 ພຶດສະພາ, ສື່ມວນຊົນໄດ້ຄັດຄຳເວົ້າຂອງທ່ານປະທານສະພາແຫ່ງຊາດອີຣານ Ali Larijani ໂດຍໃຫ້ຮູ້ວ່າ

ອີຣານ ຈະເສີມທາດ urani ໃນຂອບເຂດຂໍ້ຕົກລົງ JCPOA - ảnh 1ໂຮງງານໄຟຟ້ານິວເຄຼຍ Bushehr

(ພາບ: AFP/ TTXVN)

ເຕເຮຣານ ຈະສືບຕໍ່ເສີມທາດ urani ໃນລະດັບຕ່ຳ, ຕາມຂໍ້ຕົກລົງນິວເຄຼຍຂອງປະເທດນີ້ກັບບັນດາປະເທດມະຫາອຳນາດໃນໂລກ, ໂດຍບໍ່ຫົວຊາຕໍ່ບັນດາການກະທຳສະກັດກັ້ນຂອງອາເມລິກາ.

        ສຳນັກຂ່າວສານ ISNA ໄດ້ຄັດຄຳເວົ້າຂອງທ່ານປະທານສະພາແຫ່ງຊາດອີຣານ ໂດຍໃຫ້ຮູ້ວ່າ, ຕາມຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງເຕເຮຣານ ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝລັ່ງ, ລັດເຊຍ, ຈີນ, ອາເມລິກາ ແລະ ເຢຍລະມັນ) ເມື່ອປີ 2015, ອີຣານ ສາມາດຜະລິດນ້ຳໜັກ ແລະ ການເຄື່ອນໄຫວດັ່ງກ່າວແມ່ນບໍ່ລະເມີດຂໍ້ຕົກລົງ. ສະນັ້ນ, ອີຣານ ຈະສືບຕໍ່ດຳເນີນບັນດາການເຄືອນໄຫວເສີມທາດ urani.

        ໂດຍເລີ່ມແຕ່ວັນທີ 04 ພຶດສະພາ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດແນໃສ່ສະກັດກັ້ນການໜູນຊ່ວຍອີຣານ ເປີດກວ້າງໂຮງງານໄຟຟ້ານິວເຄຼຍ Bushehr ແຫ່ງໜຶ່ງດຽວຂອງອີຣານ. ນີ້ແມ່ນມາດຕະການລົງໂທດເທື່ອທີ 3 ເຊິ່ງອາເມລິກາ ຈັດວາງສຳລັບອີຣານ ໃນຫຼາຍອາທິດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ