ອີ​ຣານ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ລັດ​ເຊຍ ແລະ ຈີນ ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ

(VOVWORLD) - ເຕເຣຣານ ຈະເພີ່ມທະວີການປະກົດຕົວຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ ພ້ອມທັງຊຸກຍູ້ການຮ່ວມມືກັບ ລັດເຊຍ ແລະ ຈີນ.
ອີ​ຣານ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ລັດ​ເຊຍ ແລະ ຈີນ ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ - ảnh 1ກ່ຳປັ່ນຂອງກອງທັບເຮືອ ອີຣານ ເຂົ້າຮ່ວມການຊ້ອມຮົບຮ່ວມຢູ່ອ່າວ Oman (ພາບປະກອບ: AFP/TTXVN)

ວັນທີ 26 ສິງຫາ, ກ່າວຄຳເຫັນຢູ່ກອງປະຊຸມສະພາວາງແຜນກຳນົດນະໂຍບາຍແຫ່ງຊາດ ກ່ຽວກັບທະເລ, ຢູ່ ເຕເຮຣານ, ທ່ານພົນຈັດຕະວາ Yahya Rahim Safavi ທີ່ປຶກສາດ້ານການທະຫານແຖວໜ້າຂອງສົມເດັດພະສັງຄະລາດສູງສຸດແຫ່ງອີຣານ, ໃຫ້ຮູ້ວ່າ ເຕເຣຣານ ຈະເພີ່ມທະວີການປະກົດຕົວຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ ພ້ອມທັງຊຸກຍູ້ການຮ່ວມມືກັບ ລັດເຊຍ ແລະ ຈີນ.

ຕາມນັກຊ່ຽວຊານການທະຫານຜູ້ນີ້, ອີຣານ ຕ້ອງຊຸກຍູ້ຍຸດທະສາດເສດຖະກິດທະເລ ແລະ ເພີ່ມທະວີກຳລັງຄວາມສາມາດດ້ານການເດີນເຮືອ ດ້ວຍບັນດາກອງເຮືອຮົບ ກໍຄືບັນດາກອງກ່ຳປັ່ນການຄ້າພົນລະເຮືອນ. ໄປຄຽງຄູ່ກັນນັ້ນ, ເຕເຮຣານ ກໍຕ້ອງຂຸດຄົ້ນເຄືອຂ່າຍຄົມມະນາຄົມຕາມແລວເສດຖະກິດ ເໜືອ - ໃຕ້ ກໍຄື ຕາເວັນອອກ - ຕາເວັນຕົກ ຜ່ານການຮ່ວມມືກັບ ລັດເຊຍ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ