ອີຣານ ຕົກລົງກໍ່ສ້າງ ເຕົານິວເຄຼຍແຫ່ງໃໝ່

ອີຣານ ຕົກລົງກໍ່ສ້າງ ເຕົານິວເຄຼຍແຫ່ງໃໝ່ - ảnh 1
ເຕົານິວເຄຼຍ ຢູ່ໂຮງງານໄຟຟ້ານິວເຄຍ Bushehr ຂອງ ອີຣານ.
(ພາບ: AP)

(vovworld) –  ວັນ​ທີ 20/6, ຊ່ອງ​ໂທລະພາບ​ແຫ່ງ​ຊາດ ອີຣານ ​ໃຫ້​ຮູ້​ວ່າ: ອີຣານ ​ໄດ້​ຕົກລົງ​ກໍ່ສ້າງ​ເຕົາ​ນິວ​ເຄຼຍ​ແຫ່ງ​ໃໝ່​ຢູ່​ທາ​ງພາກ​​​ໃຕ້​ປະ​ເທດ​ນີ້. ​ເຕົາ​ນິວ​ເຄຼຍ​ແຫ່ງ​ໃໝ່​ດັ່ງກ່າວ​​ໃກ້​ກັບ​ເຂດ Zarghan, ຫາງ​ຈາກ​ນະຄອນຫຼວງ ​ເຕ​ເຮຣານ ​ໄປ​ທາງ​ທິ​ດໃຕ້​ປະມານ 670 ກມ. ​ເລື່ອງ​ກໍ່ສ້າງ​ເຕົາ​ນິວ​ເຄຼຍ​ແຫ່ງ​ໃໝ່​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຮັບ​ໃຊ້​​ຂົງ​ເຂດ​​ແພດສາດ ​ແລະ ກະສິກຳ. ຊ່ອງ​ໂທລະພາບ​ແຫ່ງ​ຊາດ ອີຣານ ບໍ່​ໃຫ້​ຮູ້​ວັນ​ເວລາ​ຈະ​ກໍ່ສ້າງ​ເຕົາ​ນິວ​ເຄຼຍດັ່ງກ່າວ. ​ແຕ່​ຕາມ​ແຫຼ່ງ​ຂ່າວ​ແລ້ວ, ​ເຕົາ​ນິວ​ເຄຼຍນີ້​ມີ​ຂອບ​ຂະໜາດ​ຄ້າຍຄື​ກັບ​ເຕົາ​ນິວ​ເຄຼຍຮັບ​ໃຊ້ການ​ເຄື່ອນ​ໄຫວດ້ານ​ການ​ແພດ ຢູ່​ນະຄອນ​ຫຼວງ ​ເຕ​ເຮຣານ. ​ແຫຼ່ງຂ່າວ​ນີ້​ໄດ້​ຖື​ວ່າ ອາດ​ຈະພາ​ໃຫ້​ເກີດ​ປະຕິກິລິຍາ​ທີ່​ຮຸນແຮງ​ຂ​ອງບັນດາ​ປະ​ເທດ ຝ່າຍ​ຕາ​ເວັນ​ຕົກ ທີ່​ຍັງ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ການ​ເຄື​່ອນ​ໄຫວ​ນິວ​ເຄຼຍ ຂອງ ອີຣານ.

ຂ່າວ/ບົດ​ອື່ນ