ອີຣານ ບຸກໂຈມຕີດ້ວຍລູກສອນໄຟ ແລະ UAV ທີ່ມີຂອບຂະໜາດໃຫຍ່ໃສ່ ອິດສະຣາແອັນ

(VOVWORLD) - ການບຸກໂຈມຕີແມ່ນການໂຕ້ຕອບໃຫ້ແກ່ການບຸກໂຈມຕີທາງອາກາດຂອງ ອິດສະຣາອັນ ເຂົ້າສະຖານກົງສູນ ອີຣານ ປະຈຳ ຊີຣີ ໃນວັນທີ 01 ເມສາ ໄດ້ສິ້ນສຸດລົງ.
ອີຣານ ບຸກໂຈມຕີດ້ວຍລູກສອນໄຟ ແລະ UAV ທີ່ມີຂອບຂະໜາດໃຫຍ່ໃສ່ ອິດສະຣາແອັນ - ảnh 1

ຕອນຄ່ຳວັນທີ 13 ເມສາ, ອີຣານ ໄດ້ປຸກລະດົມການບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ດ້ວຍເຮືອບິນບໍ່ມີຄົນຂັບ (UAV) ແລະ ລູກສອນໄຟໄປທາງທິດ ອິດສະຣາແອັນ. ການບຸກໂຈມຕີດຳເນີນໃນຮອບເວລາ 2-3 ຊົ່ວໂມງ ແລະ ສິ້ນສຸດໃນຕອນເຊົ້າວັນທີ 14 ເມສາ.

ແຈ້ງການໃນສື່ສັງຄົມອອນລາຍ X ໃນຕອນເຊົ້າວັນທີ 14 ເມສາ, ຄະນະຜູ້ຕາງໜ້າ ອີຣານ ປະຈຳສະຫະປະຊາຊາດ ຢືນຢັນວ່າ, ການບຸກໂຈມຕີແມ່ນການໂຕ້ຕອບໃຫ້ແກ່ການບຸກໂຈມຕີທາງອາກາດຂອງ ອິດສະຣາອັນ ເຂົ້າສະຖານກົງສູນ ອີຣານ ປະຈຳ ຊີຣີ ໃນວັນທີ 01 ເມສາ ໄດ້ສິ້ນສຸດລົງ. ພ້ອມທັງ, ແຈ້ງການກໍ່ຊີ້ແຈ້ງວ່າ ຖ້າຫາກ ອິດສະຣາແອັນ ສືບຕໍ່ມີການກະທຳຜິດ, ການໂຕ້ຕອບຕໍ່ໄປຂອງ ອີຣານ ແມ່ນຈະຮ້າຍແຮງກວ່າ. ພ້ອມກັນນັ້ນ, ຄະນະຜູ້ຕາງໜ້າ ອີຣານ ກໍກ່າວເຕືອນ ອາເມລິກາ ຈົ່ງຫຼີກລ້ຽງການປະທະກັນໃນປະຈຸບັນ.

ຕາມແຈ້ງການທີ່ຫາກໍ່ປະກາດຂອງກຳລັງປ້ອງກັນ ອິດສະຣາແອັນ, ອີຣານ ໄດ້ຍິງກວ່າ 200 ລູກສອນໄຟນຳວິຖີ ແລະ UAV ໃນການບຸກໂຈມຕີປະເທດນີ້. ສ່ວນຫຼາຍອາວຸດດັ່ງກ່າວຖືກກຳລັງ ອາເມລິກາ ແລະ ອັງກິດ ຢູ່ເຂດນີ້ຍິງຕົກ, ກ່ອນທີ່ປິນເຂົ້າເຂດນ່ານຟ້າຂອງ ອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ