ອີຣານ ປະກາດຂໍ້ມູນຂ່າວກ່ຽວກັບການທຳລາຍຮາກຖານນິວເຄຼຍ Natanz

(VOVWORLD) -ເຫດໄຟໄໝ້ຢູ່ຮາກຖານນິວເຄຼຍ Natanz ຂອງປະເທດນີ້ໃນເດືອນ ກໍລະກົດ ທີ່ຜ່ານມາແມ່ນການທຳລາຍມ້າງ.

ອີຣານ ປະກາດຂໍ້ມູນຂ່າວກ່ຽວກັບການທຳລາຍຮາກຖານນິວເຄຼຍ Natanz - ảnh 1 ຮາກຖານນິວເຄຼຍ Natanz

(ພາບ: AFP/TTXVN)

ວັນທີ 23 ສິງຫາ, ທ່ານ Behrouz Kamalvandi, ໂຄສົກອົງການພະລັງງານປະລະມານູອີຣານ (AEOI) ໃຫ້ຮູ້ວ່າ, ເຫດໄຟໄໝ້ຢູ່ຮາກຖານນິວເຄຼຍ Natanz ຂອງປະເທດນີ້ໃນເດືອນ ກໍລະກົດ ທີ່ຜ່ານມາແມ່ນການທຳລາຍມ້າງ.

        ກ່ອນໜ້ານັ້ນ, ອົງການນີ້ໄດ້ແຈ້ງໃຫ້ຊາບວ່າ, ວັນທີ 2 ກໍລະກົດ ເກີດເຫດຂັດຂ້ອງຢູ່ສາງແຫ່ງ 1 ທີ່ພວມຢູ່ໃນໄລຍະກໍ່ສ້າງຢູ່ຮາກຖານນິວເຄຼຍ Natanz. ບໍ່ມີຜູ້ເສຍຊີວິດໃນເກີດເຫດດັ່ງກ່າວ ແລະ ຮາກຖານນິວເຄຼຍນີ້ກໍ່ບໍ່ທັນນຳເຂົ້າເຄື່ອນໄຫວ, ສະນັ້ນບໍ່ມີໄພກໍ່ມົນລະພິດຕໍ່ການແຜ່ກຳມັນຕະພາບລັງສີ. ຕໍ່ຈາກນັ້ນ, ວັນທີ 03 ກໍລະກົດ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອີຣານ ໃຫ້ຮູ້ວ່າ, ສາມາດຢັ້ງຢືນໄດ້ສາຍເຫດກໍ່ໃຫ້ເກີດເຫດດັ່ງກ່າວຢູ່ Natanz, ແຕ່ບໍ່ແຈ້ງລາຍລະອຽດຍ້ອນເຫດຜົນຂອງປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ