ອີ​ຣານ ປ​ະ​ຕິ​ເສດ​ແນວ​ຄວາມ​ຄິ​ດ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢ່າງ​ບໍ່​ເປັນ​ທາງ​ການ ກັບ ອາ​ເມ​ລິ​ກາ ແລະ ເອີ​ຣົບ

(VOVWORLD) -ອີຣານ ຖືວ່າ ນີ້ບໍ່ແມ່ນຈຸດເວລາເພື່ອດຳເນີນການພົບປະບໍ່ເປັນທາງການກັບບັນດາປະເທດ ຕາມການສະເໜີຂອງທ່ານ Federica Mogherini - ຜູ້ຕາງໜ້າຂັ້ນສູງຮັບຜິດຊອບດ້ານນະໂຍບາຍການຕ່າງປະເທດຂອງ ອີຢູ.
ອີ​ຣານ ປ​ະ​ຕິ​ເສດ​ແນວ​ຄວາມ​ຄິ​ດ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢ່າງ​ບໍ່​ເປັນ​ທາງ​ການ ກັບ ອາ​ເມ​ລິ​ກາ ແລະ ເອີ​ຣົບ - ảnh 1ສະຖານທີ່ຜະລິດນິວເຄຼຍ ຢູ່ພາກໃຕ້ ອີຣານ (ພາບ: AFP/TTXVN)

ວັນທີ 28 ກຸມພາ, ອີຣານ ໄດ້ປະຕິເສດແນວຄວາມຄິດດຳເນີນການພົບປະຢ່າງບໍ່ເປັນທາງການກັບ ອາເມລິກາ ແລະ ບັນດາປະເທດມະຫາອຳນາດເອີຣົບ ເພື່ອປຶກສາຫາລືກ່ຽວກັບວິທີການຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ແລະ ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ຕ້ອງຍົກເລີກບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວທັງໝົດ ທີ່ແນໃສ່ຕ້ານ ອີຣານ.

        ທ່ານ Saeed Khatibzadeh - ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ໂດຍອີງໃສ່ບັນດາການກະທຳ ແລະ ຖະແຫຼງການຫວ່າງມໍ່ໆມານີ້ຂອງ ອາເມລິກາ ແລະ ສາມປະເທດມະຫາອຳນາດເອີຣົບ, ອີຣານ ຖືວ່າ ນີ້ບໍ່ແມ່ນຈຸດເວລາເພື່ອດຳເນີນການພົບປະບໍ່ເປັນທາງການກັບບັນດາປະເທດ ຕາມການສະເໜີຂອງທ່ານ Federica Mogherini - ຜູ້ຕາງໜ້າຂັ້ນສູງຮັບຜິດຊອບດ້ານນະໂຍບາຍການຕ່າງປະເທດຂອງ ອີຢູ.

        ໃນປະຕິກິລິຍາໜຶ່ງ, ໃນວັນດຽວກັນ, ອາເມລິກາ ກໍສະແດງຄວາມຜິດຫວັງຕໍ່ເລື່ອງ ອີຣານ ຍົກເລີກແນວຄວາມຄິດດຳເນີນກອງປະຊຸມບໍ່ເປັນທາງການ ກັບ ອາເມລິກາ ແລະ ບັນດາປະເທດມະຫາອຳນາດເອີຣົບ. ເຖິງຢ່າງໃດກໍຕາມ, ທຳນຽບຂາວ ກໍຢືນຢັນວ່າ ວໍຊັງຕັນ ຍັງຄົງຢຶດໝັ້ນເປົ້າໝາຍ ກັບຄືນສູ່ການປະຕິບັດຕາມຂໍ້ຕົກລົງດັ່ງກ່າວ. ຕາມນັ້ນແລ້ວ, ອາເມລິກາ ຈະປຶກສາຫາລືກັບ ອັງກິດ, ຈີນ, ຝຣັ່ງ, ເຢຍລະມັນ ແລະ ລັດເຊຍ ເພື່ອຊອກຫາມາດຕະການທີ່ດີທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ