ອີຣານ ພ້ອມແລ້ວໃຫ້ຄຳໝັ້ນສັນຍາ ບໍ່ຜະລິດອາວຸດນິວເຄຼຍ

ອີຣານ ພ້ອມແລ້ວໃຫ້ຄຳໝັ້ນສັນຍາ        ບໍ່ຜະລິດອາວຸດນິວເຄຼຍ - ảnh 1
ຮາກຖານນິວເຄຼຍ Natanz ຂອງອີຣານ
ພາບປະກອບ: internet


(vovword) - ວັນ​ທີ 04/7, ທ່ານ Seyed Abbas Araghchi ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ​ໄດ້​ຖະ​ແຫລ​ງວ່າ: ອີຣານ ພ້ອມ​ແລ້ວທີ່​ຈະ​ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ໝາຍ​ດ້ວຍ​ລາຍ​ລັກ​ອັກສອນ​ກ່ຽວ​ກັບ​ການຈະ​ບໍ່​ຜະລິດ​ອາວຸດ​ນິວ​ເຄຼຍ ຖ້າ​ຫາກ​ສິດ​ເສີມ​ທາດ urani ​ເພື່ອ​ຈຸດປະສົງ​ສັນຕິພາບ​ຂອງ Teheran ​ໄດ້​ຮັບ​ການ​ຮັບຮູ້. ທ່ານ Seyed Abbas Araghchi ກໍ​ໃຫ້​ຮູ້​ວ່າ: Teheran ​ໄດ້​ຍົກ​ອອກ​ຂໍ້ສ​ະ​ເຫ​ນີຄຳ​ໝັ້ນ​ສັນຍາ​ດ້ວຍ​ລາຍ​ລັກ​ອັກ​ສອນ​ຢ່າງ​ເປັນ​ທາງ​ການ​ໃນ​ການ​ເຈລະຈາ​ຄັ້ງ​ຕ່າງໆ​ກັບ​ກຸ່ມ P5+1 ຊື່​ງລວມມີ 5 ປະ​ເທດ​ຊຶ່ງ​ແມ່ນ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ ​ແລະ ​ເຢຍລະ​ມັນ ​ແຕ່​ປະ​ຈິ​ບັນຍັງ​ບໍ່​ທັນ​ໄດ້ຮັບ​ຄຳ​ຕອບ​ກ່ຽວ​ກັບ​ບັນຫາ​ນີ້​ຢ່າງ​ເປັນ​ທາງ​ການ​ເທື່ອ.

ຂ່າວ/ບົດ​ອື່ນ