ອີ​ຣານ ຢັ້ງ​ຢືນ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​​​ຢ່າງ​ເປັນ​ເອ​ກະ​ລາດ​ກັບການ​ເຈ​ລະ​ຈາ​ນິ​ວ​ເຄຼຍ

(VOVWORLD) - ວັນທີ 29 ສິງຫາ, ທ່ານປະທານາທິບໍດີ ອີຣານ Ebranhim Raisi ເນັ້ນໜັກວ່າ ການແກ້ໄຂບັນດາບັນຫາເສດຖະກິດແມ່ນເປັນເອກະລາດກັບບັນດາການເຈລະຈານິວເຄຼຍ.
ອີ​ຣານ ຢັ້ງ​ຢືນ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​​​ຢ່າງ​ເປັນ​ເອ​ກະ​ລາດ​ກັບການ​ເຈ​ລະ​ຈາ​ນິ​ວ​ເຄຼຍ - ảnh 1ທ່ານປະທານາທິບໍດີ ອີຣານ Ebranhim Raisi  (ພາບ: THX/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ນັບແຕ່ເມື່ອຂຶ້ນນຳພາປະເທດ, ທ່ານປະທານາທິບໍດີ Ebrahim Raisi ຖືວ່າ ຄວນແຍກບັນດາບັນຫາເສດຖະກິດຂອງປະເທດຊາດກັບບັນດາການເຈລະຈານິວເຄຼຍ ແລະ ລັດຖະບານ ຄວນພິຈາລະນາບັນຫານີ້. ຕາມທ່ານປະທານາທິບໍດີ ອີຣານ, ມາດຕະຖານສຳຄັນເພື່ອຍົກອອກຄຳຕັດສິນນີ້ແມ່ນຕ້ອງເສີມຂະຫຍາຍກຳລັງແຮງພາຍໃນ ກໍຄືບັນດາກຳລັງແຮງໜຸ່ມ ແລະ ຕັ້ງໜ້າຢູ່ພາຍໃນປະເທດ. ລັດຖະບານ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແກ້ໄຂບັນດາບັນຫາເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃນສະພາບການທີ່ບັນດາປະເທດສືບຕໍ່ປະຕິບັດຄຳສັ່ງລົງໂທດສຳລັບປະເທດ ສາທາລະນະລັດ ອິດສະລາມ ນີ້ ກໍຄື ບັນດາຜົນກະທົບຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ