ອີຣານ ຢາກຮັກສາການຮ່ວມມືກັບ IAEA

ອີຣານ ຢາກຮັກສາການຮ່ວມມືກັບ IAEA - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 24/2, ຜູ້​ຕາງໜ້າ​ຂອງ ອີຣານ ປະຈຳ ​ອົງ​ການ​ພະລັງງານປະ​ລະມານູສາກົນ ( IAEA ), ທ່ານ Ali Asghar Soltanieh ​ຢືນຢັນ​ວ່າ, ປະ​ເທດ​ນີ້​ຢາກຣັກສາ​ການ​ຮ່ວມ​ມື​ກັບ IAEA ບົນ​ຈິດ​​ໃຈ​ເຄົາລົບ​ກົດ​ໝາຍສາກົນ. ​ເຊິ່ງຕາມ​ນັ້ນ​ແລ້ວ, ອີຣານຢາກ​ຮັກສາ​ບັນດາ​ການ​ເຈລະຈາ​ກັບ IAEA ​ເພື່ອ​​ໃຫ້​ຄຳຕອບ​ບັນດາຂໍ້ຄວາມ​ສົນ​ໃຈກ່ຽວ​ກັບ​ໂຄງການ​ນິວ​ເຄຼີຍ ​ແຕ່​ຈະ​ບໍ​ຍົກ​ເລີກ​ບັນດາສິດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດ້ານນິວ​ເຄຼີຍ​ເຊິ່ງຮັບ​ໃຊ້​ໃຫ້​ແກ່​ເປົ້າ​ໝາຍ​ພົນລະເຮືອນ ຂອງ​ຕົນ. ​ໃນ​ຂະນະ​ນັ້ນ, IAEA ຢັງ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບລັກ​ສະ​ນະ​ການ​ທະ​ຫານ​ໃນ​ໂຄງການ​ນິວ​ເຄຼີຍຂອງ​ອີຣານ. IAEA ​ໄດ້​ຖື​ວ່າ, ອີຣານ​ ​ເສີມ​ທາດ ​urani ​ໄດ້ເກືອບ 110 kg ຢູ່ລະດັບ 20% ​ແລະ ບັນດາ​ຜູ້​ຊ່ຽວຊານປະ​ເມີນ​ວ່າ​ມີ uranium 250 kg  ຢູ່​ລະດັບ​ນີ້​ສາມາດ​ຜະລິດ​ອາວຸດ​ນິວ​ເຄຼີຍ​ໄດ້.

ຂ່າວ/ບົດ​ອື່ນ