ອີຣານ ສົ່ງເອກະສານແຜນການສັນຕິພາບ Hormuz ເຖິງບັນດາປະເທດຢູ່ພາກພື້ນ

(VOVWORLD) -ວັນທີ 02 ພະຈິກ, ກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ, ເຕເຮຣານ ໄດ້ສົ່ງເອກະສານແຜນການສັນຕິພາບສຳລັບຊ່ອງແຄບທະເລ Hormuz ເຖິງບັນດາປະເທດຢູ່ພາກພື້ນ.

ອີຣານ ສົ່ງເອກະສານແຜນການສັນຕິພາບ Hormuz ເຖິງບັນດາປະເທດຢູ່ພາກພື້ນ - ảnh 1 ຊ່ອງແຄບທະເລ Hormuz

(ພາບ: AFP/TTXVN)

ຕາມທ່ານ Abbas Mousavi, ໂຄສົກກະຊວງການຕ່າງປະເທດອີຣານ ແລ້ວ, ເອກະສານສະບັບດັ່ງກ່າວມີຂໍ້ລິເລີ່ມສັນຕິພາບ ຢ່າງສົມບູນ ເຊິ່ງໄດ້ສົ່ງເຖິງບັນດາສະມາຊິກຂອງສະພາຮ່ວມມືເຂດອ່າວເປີເຊຍ (GCC) ແລະ ອີຣານ.

        ທ່ານ Abbas Mousavi ເນັ້ນໜັກວ່າ, ການກະທຳດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມຈິງຈັງຂອງອີຣານ ໃນຄວາມມານະພະຍາຍາມປົກປັກຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງເຂດອ່າວ, ພ້ອມທັງໃຫ້ຮູ້ວ່າ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Javad Zarif ກໍ່ຈະສົ່ງຈົດໝາຍເຖິງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ