ອີຣານ ສະໜັບສະໜູນທູດພິເສດລວມ ຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບຄົນໃໝ່

ອີຣານ ສະໜັບສະໜູນທູດພິເສດລວມ ຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບຄົນໃໝ່  - ảnh 1
(ທ່ານ Lakhdar Brahimi ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ​ ​
ແລະ ສະຫະພັນ​ອາຣັບຄົນ​ໃໝ່)

(vovworld) -     ວັນ​ທີ 9/9, ສະຖານ​ນີໂທລະພາບອີຣານ ​ໄ​ດ້ຄັດ​ຄຳ​ເວົ້າ​ຂອງ​​ລັດຖະມົນຕີ​ການຕ່າງປະ​ເທດ​ປະ​ເທດນີ້​ ທ່ານ Ali Akbar Salehi ​ໃຫ້​ຮູ້​ວ່າ ອີຣານ ກຽມພ້ອມສະໜັບສະໜູນ​ທ່ານ Lakhdar Brahimi, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ​ ​ແລະ ສະຫະພັນ​ອາຣັບຄົນ​ໃໝ່, ​ໃນ​ພາລະ​ກຳສ້າງ​​ສັນຕິພາບ​ຢູ່​ຊີຣີຄືນ​ໃໝ່. ​ໃນ​ການ​ແລກປ່ຽນ​ທາງ​ໂທລະ​ຊັບ​ກັບ​ທ່ານ Brahimi, ທ່ານ Salehi ​ໄດ້​ຖະ​ແຫຼ​ງວ່າ ອີຣານ ປາດ​ຖະໜາ​ມີ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ​ໃຫ້​ແກ່​ຊີຣີ ​ເຊິ່ງບໍ່​ມີ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ. ທ່ານ Brahimi ກໍ​ຢືນຢັນ​ບົດບາດ​ຕັ້ງໜ້າ ​ແລະ ສຳຄັນ​ຂອງ​ອີຣານຕໍ່​ການ​ພັດທະນາ​ຂອງ​ຊີຣີ ​ແລະ ​ເນັ້ນ​ໜັກ​ວ່າ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີຣີ, ມີ​ພຽງມາດ​ຕະການ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ. ທ່ານ Brahimi ​ແມ່ນ​ຜູ້​ທີ່​ປ່ຽນແທນ​ທ່ານ Kofi Annan, ຜູ້​ທີ່​ຖອນ​ອອກ​ຈາກ​ຕຳ​ແໜ່​ງນີ້​ເມື່ອ​ເດືອນ 8 ທີ່​ຜ່ານ​ມາ ພາຍຫຼັງ​ທີ່​ບໍ່​ສາມາດ​ປະຕິບັດ​ບັນດາ​ຄວາມ​ມານະ​ພະຍາຍາມ​ປະກອບສ່ວນ​ນຳ​ສັນຕິພາບ​ໃຫ້​ແກ່​ຊີຣີ​ໄດ້.

ຂ່າວ/ບົດ​ອື່ນ