ອີຣານ ອາດຈະຄິດໄລ່ຊັ່ງຊາເລື່ອງຢຸດຕິການເສີມທາດ uranium ໃນລະດັບ 20%

ອີຣານ ອາດຈະຄິດໄລ່ຊັ່ງຊາເລື່ອງຢຸດຕິການເສີມທາດ uranium ໃນລະດັບ 20% - ảnh 1
ປະທານາທິບໍດີ ອີຣານMahmoud Ahmadinejad
ພາບ:internet

(vovword)- ວັນ​ທີ 27/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Ramin Mehmanparast ​ໃຫ້​ຮູ້​ວ່າ: ອີຣານ ອາດ​ຈະ​ຄິດ​ໄລ່​ຊັ່ງ​ຊາ​ເລື່ອງ​ຢຸດຕິ​ການ​ເສີມ​ທາດ uranium ​ໃນລະດັບ 20% ຖ້າ​ຫາກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍອມຮັບ​ໂຄງການ​ນິວ​ເຄຼຍ ຂອງ​ປະ​ເທດ​ນີ້ ​ແມ່ນ​ເພື່ອ​ຮັບ​ໃຊ້​ຈຸດໝາຍ​ພົນ​ລະ​ເຮືອນ. ສຳນັກ​ຂ່າວສານ​ອີຣານ IRNA ​​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Ramin Mehmanparast ​ໂດຍ​ເນັ້ນ​ຫນັກ​ວ່າ: ອີຣານ ​ໄດ້​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ແລະ ​ເຕ​ເຮຣານ ບໍ່​ມີ​ເຈດ​ຈຳນົງ​ຫັນ​ໂຄງການ​ນິວ​ເຄຼຍ​ເປັນ​ບັນຫາ​ການ​ທະຫານ ພ້ອມ​ກັນ​ນັ້ນ ຍາມ​ໃດ​ກໍ​ຖື​ເລື່ອງ​ເສີມ​ທາດ uranium ​ເພື່ອ​ຈຸດປະສົງ​ພົນລະ​ເຮືອນ​ແມ່ນ​ສິດ​ອັນ​ຊອບ​ທຳ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ