ອີຣານ ເນັ້ນໜັກເຖິງເປົ້າໝາຍການເຈລະຈານິວເຄຼຍ.

(VOVWORLD) -ອີຣານພ້ອມແລ້ວທີ່ຈະເຈລະຈາ ກັບບັນດາປະເທດມະຫາອຳນາດໃນໂລກເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍທີ່ໄດ້ເຊັນເມື່ອປີ 2015 ໃນນັ້ນມຸ່ງໄປເຖິງເປົ້າໝາຍຍົກເລີກບັນດາມາດຕະການລົງໂທດ ແຕ່ບໍ່ແມ່ນຢູ່ໃຕ້ກຳລັງດັນຂອງຝ່າຍຕາເວັນຕົກ
       ອີຣານ ເນັ້ນໜັກເຖິງເປົ້າໝາຍການເຈລະຈານິວເຄຼຍ. - ảnh 1ປະທານາທິບໍດີ ອີຣານ Ebrahim Raisi ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານເມື່ອວັນທີ 26 ສິງຫາ

    ວັນທີ 4 ກັນຍາ ປະທານາທິບໍດີ ອີຣານ Ebrahim Raisi ໄດ້ຖະແຫຼງວ່າ ປະເທດນີ້ພ້ອມແລ້ວທີ່ຈະເຈລະຈາ ກັບບັນດາປະເທດມະຫາອຳນາດໃນໂລກເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍທີ່ໄດ້ເຊັນເມື່ອປີ 2015 ໃນນັ້ນມຸ່ງໄປເຖິງເປົ້າໝາຍຍົກເລີກບັນດາມາດຕະການລົງໂທດ ແຕ່ບໍ່ແມ່ນຢູ່ໃຕ້ກຳລັງດັນຂອງຝ່າຍຕາເວັນຕົກ.

      ປະທານາທິບໍດີ ອີຣານ Ebrahim Raisi  ໃຫ້ຮູ້ຕື່ມອີກວ່າ ເຕເຮຣານ ຊອກຫາບັນດາການເຈລະຈາ ເພື່ອແນໃສ່ຍົກເລີກຄຳສັ່ງລົງໂທດຂອງອາມລິກາ ທີ່ມີຕໍ່ ອີຣານ.

         ກ່ອນໜ້ານັ້ນ  ທ່ານລັດຖະມົນການຕ່າງປະເທດ ອີຣານ Hossein Amir-Abdollahian  ຖືວ່າ ບັນດາການເຈລະຈາຖືກຢຸດສະງັກ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ລະຫວ່າງປະເທດນີ້ ກັບບັນດາປະເທດມະຫາອຳນາດ ມີຫຼາຍກໍລະນີຈະສາມາດໄດ້ຮັບການເຊື່ອມຕໍ່ ພາຍຫຼັງປະມານສອງສາມເດືອນຂ້າງໜ້າ.

      ໃນຂະນະນັ້ນ ເມື່ອວັນທີ 1 ກັນຍາແລ້ວນີ້ ຝລັ່ງ ແລະ ເຢຍລະມັນ ໄດ້ກະຕຸກຊຸກຍູ້ ເຕເຮຣານ ຈົ່ງກັບຄືນສູ່ການເຈລະຈານິວເຄຼຍໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ