ອີ​ຣານ ແລະ UAE ຄັດ​ຄ້ານ​​ເຫດ​ຈູດ​ເຜົາ​ຄຳ​ພີ Koran ຢູ່ ຊູ​ແອດ ແລະ ແດນ​ມາກ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກໍສະເໜີໃຫ້ໂຮມປະຊຸມດ່ວນຂັ້ນລັດຖະມົນຕີການຕ່າງປະເທດ ຂອງອົງການຮ່ວມມືອິດສະລາມ (OIC) ເພື່ອປຶກສາຫາລືກ່ຽວກັບບັນຫານີ້. 
ອີ​ຣານ ແລະ UAE ຄັດ​ຄ້ານ​​ເຫດ​ຈູດ​ເຜົາ​ຄຳ​ພີ Koran ຢູ່ ຊູ​ແອດ ແລະ ແດນ​ມາກ - ảnh 1ການແຫ່ຂະບວນປະທ້ວງຢູ່ Sadr City, ອີຣັກ ໃນວັນທີ 21 ກໍລະກົດ  (ພາບ: AFP/TTXVN)

       ວັນທີ 23 ກໍລະກົດ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ປະເທດນີ້ Hossein Amir-Abdollahian ແລະ ຄູ່ຕຳແໜ່ງ ສະຫະລັດ ອາຣັບ ເອມມີເລດ (UAE) Sheikh Abdullah bin Zayed Al Nahyan ໄດ້ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ເຫດຈູດຄຳພີ Koran ຫວ່າງມໍ່ໆມານີ້ ຢູ່ ຊູແອັດ ແລະ ແດນມາກ.

        ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຖືວ່າ ບັນດາເຫດຈູດເຜົາຄຳພີ Koran ຢູ່ສອງປະເທດເອີຣົບ ດັ່ງກ່າວ ໄດ້ກໍ່ຄວາມເສຍຫາຍທາງດ້ານຈິດໃຈສຳລັບຊາວມຸດສະລິມໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ມີການກະທຳທີ່ເຂັ້ມງວດກວ່າສຳລັບຕົວການ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກໍສະເໜີໃຫ້ໂຮມປະຊຸມດ່ວນຂັ້ນລັດຖະມົນຕີການຕ່າງປະເທດ ຂອງອົງການຮ່ວມມືອິດສະລາມ (OIC) ເພື່ອປຶກສາຫາລືກ່ຽວກັບບັນຫານີ້. ສ່ວນທ່ານລັດຖະມົນຕີການຕ່າງປະເທດ UAE ກໍ່ກ່າວປະນາມທຸກການກະທຳແຕະຕ້ອງເຖິງປຶ້ມຄຳພີອັນສັກສິດຂອງສາສະໜາ ອິດສະລາມ ແລະ ການເຊື່ອຖືເຫຼື້ອມໃສຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ