ອີຣານ ແລະ ກຸ່ມ p5+1 ເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍ

ອີຣານ ແລະ ກຸ່ມ p5+1 ເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍ - ảnh 1
ສັນຍານອັນຕັ້ງໜ້າໃນການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1
(ພາບ: dantri.com.vn)

(vovworld) - ການ​ເຈລະຈາ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແມ່ນ ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝຣັ່ງ ​ແລະ ອັງ​ກິດ , ພ້ອມ​ກັບ ​ເຢຍລະ​ມັນ) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ​ການ​​ໂຕ້​ຖຽງ​ກັນ​ຂອງ ​ເຕ​ເຮຣານ ​ໄດ້​ເລີ່​ມຕົ້ນ​ຢູ່​ສູນ​ກອງ​ປະຊຸມ Istanbul ປະ​ເທດ ຕວກ​ກີ ​ເມື່ອ​ວັນ​ທີ 14/4. ນີ້​ແມ່ນ​ການ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ພາຍຫຼັງຖືກ​ຢຸດ​ສະຫງັກມາ​ເປັນ​ເວລາ 15 ​ເດືອນ, ທີ່ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ​ເຕ​ເຮຣານ ກັບ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວ​ັນຕົກ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ມີ​ສັນຍານ​ປິນຂັ້ນ​ໄດ. ຄະນະ​ຜູ້​ແທນ​ອີຣານ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ໂດຍ​ທ່ານ Saeed Jalili, ​ເລຂາ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສູງ​ສຸດ ອີຣານ ນຳ​ໜ້າ. ​ໃນ​ຂະນະ​ນັ້ນ, ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພົວພັນ​ຕ່າງປະ​ເທດ ສະຫະພາບ​ເອີ​ລົບ (ຫຼື EU), ທ່ານ​ນາງ Catherine Ashton ນຳ​ໜ້າ​ຄະນະ​ປະຕິບັດ​ງານ P5+1. ຄາດ​ວ່າ, ທີ່​ການ​ເຈລະຈາ​ຄັ້ງ​ນີ້, ອາ​ເມລິ​ກາ ​ແລະ ບັນດາ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ ຈະ​ສະ​ເໜີ​ໃຫ້ ອີຣານ ຢຸດ​ຕິ​ການ​ເສີມ​ທາດ urani Fordo ​ໃຕ້​ພື້ນດິນ ມໍ່​ກັບ​ນະຄອນ Qom ​ແລະ ຢຸດຕິ​ການ​ເສີມ​ທາດ urani ​ໃນລະດັບ 20%.

ຂ່າວ/ບົດ​ອື່ນ