ອີ​ຣານ ໂຈະ​ໄວ້ຊົ່ວ​ຄາວການ​ເຈ​ລະ​ຈາ​ແນ​ໃສ່​ນຳ​ສາຍ​ພົວ​ພັນ​ກັບ ອາ​ຣັບ​ບິ ຊະ​ອຸ​ດິ ເປັນ​ປົກ​ກະ​ຕິ

(VOVWORLD) -  ວັນທີ 13 ມີນາ, ຊ່ອງໂທລະພາບ Press TV ຂອງ ອີຣານ ໄດ້ໃຫ້ຂ່າວວ່າ ອີຣານ ໄດ້ “ໂຈະໄວ້ຊົ່ວຄາວການເຈລະຈາແນໃສ່ນຳການພົວພັນກັບ ອາຣັບບີ ຊະອຸດິ ເປັນປົກກະຕິ”. 

      ຝ່າຍ ອີຣານ ໄດ້ໂຈະໄວ້ຊົ່ວຄາວການເຈລະຈາເຊິ່ງຄາດວ່າຈະຈັດຂຶ້ນຢູ່ ອີຣັກ ໃນອາທິດໜ້າ ຕາມລຳພັງໃຈ.

ໃນຂະນະນັ້ນ, ໃນວັນດຽວກັນ ສຳນັກຂ່າວສານ IRNA ກໍຊີ້ແຈ້ງວ່າ “ມາຮອດປັດຈຸບັນຍັງບໍ່ທັນກຳນົດເວລາລະອຽດກ່ຽວກັບການດຳເນີນຮອບເຈລະຈາໃໝ່ລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ”. ສຳນັກຂ່າວສານ IRNA ກໍຮັບຮູ້ວ່າ “ມີບາງແຫຼ່ງຂ່າວໃຫ້ຮູ້ວ່າ ການເຈລະຈາລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ຖືກໂຈະໄວ້ຊົ່ວຄາວ”, ພ້ອມທັງຢັ້ງຢືນວ່າ “ອີຣານ ຍັງບໍ່ປະກາດວັນເວລາລະອຽດທີ່ຈະດຳເນີນການເຈລະຈາຮອບຕໍ່ໄປ”.

ສາຍພົວພັນລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ມີສັນຍານຊົ່ວຮ້າຍລົງນັບແຕ່ເດືອນ ມັງກອນ 2016, ພາຍຫຼັງທີ່ Riyadh ປະຫານຊີວິດນັກບວດຊາວ ມຸດສະລິມ ນິກາຍ Shiite Nimr al – Nimr. ນັບແຕ່ເດືອນ ເມສາ 2021 ມາຮອດປັດຈຸບັນ, ສອງປະເທດໄດ້ດຳເນີນການເຈລະຈາ 4 ຮອບຢູ່ ອີຣັກ ເພື່ອແນໃສ່ຟື້ນຟູສາຍພົວພັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ