ອີຣານກ່າວຫາອາເມລິກາ ທຳລາຍບັນດາຄວາມມານະພະຍາຍາມທາງການທູດ

(VOVWORLD) -ວັນທີ 14 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Javad Zarif ໄດ້ປະຕິເສດຄຳກ່າວຫາຂອງອາເມລິກາ ທີ່ກ່ຽວຂ້ອງເຖິງເລື່ອງ ກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳຖືກບຸກຈົມຕີຢູ່ອ່າວ Oman

ອີຣານກ່າວຫາອາເມລິກາ ທຳລາຍບັນດາຄວາມມານະພະຍາຍາມທາງການທູດ - ảnh 1 ກ່ຳປັ່ນຂົນສົ່ງນ້ຳມັນຖືກບຸກຈົມຕີຢູ່ອ່າວ Oman

(ພາບ: AFP/TTXVN)

ພ້ອມທັງຖືວ່າ, ວໍຊິງຕັນ ໄດ້ຍົກອອກຄຳກ່າວຫາ ເຕເຮຣານ ໂດຍທັນທີ ແຕ່ບໍ່ມີພະຍານຫຼັກຖານຢ່າງຈະແຈ້ງໃດ. ທ່ານລັດຖະມົນຕີການຕ່າງປະເທດ Javad Zarif ໄດ້ກ່າວຫາວໍຊິງຕັນ ວ່າ ຊອກຫາວິທີເພື່ອທຳລາຍບັນດາຄວາມມານະພະຍາຍາມທາງການທູດ ໃນສະພາບທີ່ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄປຢ້ຽມຢາມອີຣານ ເພື່ອເປັນຄົນກາງໄກ່ເກ່ຍໃຫ້ແກ່ຄວາມເຄັ່ງຕຶງໃນປະຈຸບັນ ຢູ່ພາກພື້ນຕາເວັນອອກກາງ.

        ຄຳຖະແຫຼງດັ່ງກ່າວແມ່ນເພື່ອແນໃສ່ໂຕ້ຕອບເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ກ່າວຫາອີຣານ ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີກ່ຳປັ່ນຂົນສົ່ງນ້ຳມັນ 2 ລຳຂອງນອກແວ ແລະ ຍີ່ປຸ່ນ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ