ອີຣານກ່າວເຕືອນຖ້າຫາກ JCPOA ຖືກຍົກເລີກຈະຮັບຜົນສະທ້ອນຢ່າງໜັກໜ່ວງ

(VOVWORLD) -ວັນທີ 26 ພະຈິກ, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູອີີຣານ (AEOI) Ali Akbar Salehi, ກ່າວເຕືອນສະຫະພາບເອີລົບ (EU)

ອີຣານກ່າວເຕືອນຖ້າຫາກ JCPOA ຖືກຍົກເລີກຈະຮັບຜົນສະທ້ອນຢ່າງໜັກໜ່ວງ - ảnh 1 ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູອີີຣານ (AEOI) Ali Akbar Salehi

(ພາບ: AFP/TTXVN)

ກ່ຽວກັບຜົນສະທ້ອນຢ່າງໜັກໜ່ວງ ຖ້າຫາກ EU ບໍ່ຍົກອອກການກະທຳເພື່ອຮັກສາຜົນປະໂຫຍດທາງດ້ານເສດຖະກິດຂອງຂໍ້ຕົກລົງນິວເຄຼຍປະຫວັດສາດ ຫຼື ເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ອາເມລິກາ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015. ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ຽວກັບການຮ່ວມມືດ້ານປະລະມານູ ເຊິ່ງຈັດຂຶ້ນຢູ່ບຣຸກແຊນ, ທ່ານ Salehi ເນັ້ນໜັກວ່າ, ຖ້າຫາກບໍ່ຫັນຄຳເວົ້າເປັນການກະທຳແທ້ຈິງ, ຍາກທີ່ຈະຄາດຄະເນສະພາບການໄດ້. ເຖິງຢ່າງໃດກໍ່ຕາມ, ທ່ານຕີລາຄາວ່າ EU ພວມເຮັດທຸກສິ່ງທຸກຢ່າງໃຫ້ດີທີ່ສຸດ, ກໍ່ຄືພວມຢູ່ບົນເສັ້ນທາງປະຕິບັດຄຳໝັ້ນສັນຍາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ