ອີຣານກຽມພ້ອມແກ້ໄຂທຸກໆບັນຫານິວເຄຼຍ

ອີຣານກຽມພ້ອມແກ້ໄຂທຸກໆບັນຫານິວເຄຼຍ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Ali Akabar Salehi
(ພາບ:internet )


Vovworld- ອີຣານ ຖະ​ແຫຼ​ງວ່າ ​ໄດ້ກຽມພ້ອມ​​ແກ້​ໄຂ​ທຸກໆ​ບັນຫາ​ນິວ​ເຄຼຍ​ໃນ​ການ​ເຈລະຈາ​ຮອບ​ທີ່​ຈະ​ມາ​ເຖິງ​ກັບ​ກຸ່ມ P5+1, ຖ້າ​ຫາກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ມີ​ຕໍ່​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ກັບ​ສຳນັກ​ຂ່າວສານ ISNA ​ເມື່ອ​ວັນ​ທີ 17/4, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Ali Akabar Salehi ​ໃຫ້​ຮູ້​ວ່າ ອີຣານ ອາດ​ຈະ​ນຳ​ສະ​ເໜີບັນດາ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກ່ຽວກັບ​ການ​ເຄື່ອ​ນ​ໄຫວ​ເສີມ​ທາດ Urani ​ໃນ​ລະດັບ​ສູງ​ກ່ວາ​ຂອງ​ຕົນ ​ແລະ ນີ້​ແມ່ນ​ຄວາມ​ສົນ​ໃຈ​ຕົ້ນ​ຕໍ່​ຂອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ເມື່ອ​ລະ​ແວງ​ສົງ​ໄສ ອີຣານ ຂະຫຍາຍ​ອາວຸດ​ນິວ​ເຄຼຍ​ໂດຍ​ປິດ​ລັບ. ​ເຖິງ​ວ່າ​ຝ່າຍ ອີຣານ ບໍ່​ກຳນົດ​ເວລາ​ໃຫ້​ແກ່ການ​ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ກໍ​ຕາມ, ​ແຕ່​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼ​ງວ່າ​ຈະ​ບໍ່​ຍອມຮັບ​ຕໍ່​ການສະ​ເໜີ​ນີ້. ​ໃນ​ຖະ​ແຫຼ​ງການ​ສະບັບໜຶ່ງ, ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເວົາວ່າ ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ລົ​ງ​ໂທດ ​ແລະ ກໍ່​ກຳລັງ​ດັນ​ຕໍ່ ອີຣານ. ​ແດນ​ໝາກ ຊຶ່ງ​ແມ່ນ​ປະ​ເທດ​ພວມ​ດຳລົງ​ຕຳ​ແໜ່​ງປະທານ​ໝູນວຽນ​ສະຫະພາບ​ເອີ​ລົບ ກໍ​ໄດ້​ກ່າວ​ວ່າ ບັນດາ​ມາດ​ຕະການ​ລົ​ງ​ໂທດ​ຈະ​ບໍ່​ຖືກ​ຍົກ​ເລີກ​ຢ່າ​ງງ່າຍດາຍ ຈົນ​ກ່ວາ ອີຣານ ປະຕິບັດ​ບັນດາ​ບາດກ້າວ​ໂດຍ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສະ​ເໜີ.

ຂ່າວ/ບົດ​ອື່ນ