ອີ​ຣານ​ຊີ້​ໃຫ້​ເຫັນ​ສາຍ​ເຫດ​ເຮັດ​ໃຫ້​ການ​ຟື້ນ​ຟູ​ຂ​ໍ້​ຕົກ​ລົງ​ນິວ​ເຄຼຍ JCPOA ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ຕື່ມອີກວ່າ ເຕເຮຣານ ແລະ ວໍຊິງຕັນ ພວມສືບຕໍ່ແລກປ່ຽນບັນດາສານກ່ຽວກັບການຟື້ນຟູຂໍ້ຕົກລົງ JCPOA ຜ່ານສະຫະພາບເອີລົບ (EU).
ອີ​ຣານ​ຊີ້​ໃຫ້​ເຫັນ​ສາຍ​ເຫດ​ເຮັດ​ໃຫ້​ການ​ຟື້ນ​ຟູ​ຂ​ໍ້​ຕົກ​ລົງ​ນິວ​ເຄຼຍ JCPOA ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian (ພາບ: TTXVN)

“ນະໂຍບາຍກໍ່ກຳລັງດັນຢ່າງສຸດຂີດທີ່ຜິດພາດ” ຂອງ ອາເມລິກາ ແມ່ນສາຍເຫດທີ່ພາໃຫ້ການຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າແຜນການກະທຳຮ່ວມຮອບດ້ານ (JCPOA) ເຊິ່ງໄດ້ລົງນາມໃນປີ 2015 ຖືກຕົກເຂົ້າສູ່ສະພາບຈົນຕາແຈ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໃນການເຈລະຈາຫວ່າງມໍ່ໆມານີ້ ກັບທ່ານ ເລຂາທິການໃຫຍ່ ສປຊ Antonio Guterres. ທ່ານລັດຖະມົນຕີ ການຕ່າງປະເທດ Hossein Amir-Abdollahian ຖືວ່າ ອາເມລິກາ ຄວນຍົກອອກຂໍ້ຕົກລົງທີ່ແທດຈິງ ແລະ ກ້າຫານ”  ເພື່ອທົດແທນວິທີການສຳຜັດທີ່ “ຜິດພາດ” ຂອງປະເທດນີ້ ໃນອະດີດ, ມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງທີ່ຍາວນານ, ເຂັ້ມແຂງ ແລະ ສະເໝີພາບ.

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ຕື່ມອີກວ່າ ເຕເຮຣານ ແລະ ວໍຊິງຕັນ ພວມສືບຕໍ່ແລກປ່ຽນບັນດາສານກ່ຽວກັບການຟື້ນຟູຂໍ້ຕົກລົງ JCPOA ຜ່ານສະຫະພາບເອີລົບ (EU).

ໃນຂອບເຂດການເຈລະຈາ, ທ່ານ Antonio Guterres ໄດ້ຕີລາຄາສູງບັນດາຂໍ້ລິເລີ່ມເຊິ່ງ ອີຣານຍົກອອກມາໃນການເຈລະຈາຢູ່ວຽນນາ (ໂອຕາລິດ), ພ້ອມທັງສະແດງຄວາມຫວັງວ່າການເຈລະຈາຈະສືບຕໍ່ໄດ້ຮັບການປະຕິບັດຈົນຮອດເວລາ ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງທີ່ “ມີຜົນປະໂຫຍດ”

ຕອບກັບ

ຂ່າວ/ບົດ​ອື່ນ