ອີຣານຍັງບໍ່ທັນພິສູດໄດ້ ໂຄງການນີວເຄຼຍ ຮັບໃຊ້ຈຸດໝາຍສັນຕິພາບ

ຕາມ​ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ອີຣານຍັງ​ບໍ່​ທັນ​ພິສູດ​ໄດ້​ວ່າ ​ໂຄງການ​ນີວ​ເຄຼຍຂອງ​ປະ​ເທດ​ນີ້ ​​ແມ່ນ​ເພື່ອ​ບັນດາ​ຈຸດໝາຍ​ສັນຕິພາບ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປະຈຳ​ປີ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ພວມ​ດຳ​ເນີນ​ໄປ​ຢູ່ ດາ​ໂວ​ສ ປະ​ເທດ​ສະ​ວິດ, ທ່ານ​ບານ​ກີ​ມູນ​ເວົ້າວ່າ ການ​ຕີ​ລາຄາ​ລ້າ​ສຸດ​ຂອງ​ອົງການ​ພະລັງງານປະລະມາ​ນູສາກົນ​ໃຫ້​ເຫັນ​ວ່າ ​ໂຄງການ​ນີວ​ເຄຼຍຂອງອີຣານ ອາດ​ຈະ​ມີ​ລັກສະນະ​ການ​ທະຫານ. ທ່ານ​ບານ​ກີ​ມູນ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ເຈລະຈາ​ໂດຍ​ສັນຕິ ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ໂຄງການ​ພະລັງງານ​ນີວ​ເຄຼຍ ທີ່​ພວມ​ກໍ່​ຄວາມ​ໂຕ້​ຖຽນງກັນ​ຢູ່​ປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມນີ້.
ຂ່າວ/ບົດ​ອື່ນ