ອີ​ຣານ​ປະ​ກ​າດບໍ່​ເປີດ​ກ້​ວາງ​ເວ​ລາ​ກຳ​ນົດ​ສຸດ​ທ້າຍ 60 ວັນ​ກ່ຽວ​ຂ້ອງ​ເຖິງຂໍ້​ຕົກ​ລົງ JCPOA

(VOVWORLD) -   ວັນທີ 19 ມິຖຸນາ, ອົງການພະລັງງານປະລາມະນູ ຂອງ ອີຣານ (AEOI) ໄດ້ປະກາດຈະບໍ່ເປີດກ້ວາງເວລາກຳນົດສຸດທ້າຍ 60 ວັນ ເພື່ອໃຫ້ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ, ເຊິ່ງໄດ້ເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA), ມີມາດຕະການຮັບປະກັນບັນດາຜົນປະໂຫຍດຂອງອີຣານ.

ອີ​ຣານ​ປະ​ກ​າດບໍ່​ເປີດ​ກ້​ວາງ​ເວ​ລາ​ກຳ​ນົດ​ສຸດ​ທ້າຍ 60 ວັນ​ກ່ຽວ​ຂ້ອງ​ເຖິງຂໍ້​ຕົກ​ລົງ JCPOA - ảnh 1

ທ່ານ Behrouz Kamalvandi  ໂຄສົກອົງການພະລັງງານປະລາມະນູ ຂອງ ອີຣານ   (ພາບ: AFP/TTXVN )

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Ali Shamkhani ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ຂອງ ອີຣານ ຢັ້ງຢືນວ່າ ເຕເຮຣານ ພວມເຈລະຈາ ກັບ ລັດເຊຍ ແລະ ຈີນ ກ່ຽວກັບກົນໄກແກ້ໄຂຄວາມສາມາດບົ່ມຊ້ອນໃນກໍລະນີບັນດາການປຶກສາຫາລືກັບສະຫະພາບ ເອີລົບ (EU) ກ່ຽວກັບຂໍ້ຕົກລົງນິວເຄຼຍຖືກປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ