​ອີຣານ​ປະ​ກາດ​ເລີ່ມ​ເຄື່ອນ​ໄຫວ ຈັກ​ພົ່ນສູບ​ທາດ ຢູ​ລາ​ນຽນ 1.044 ​​ເຄື່ອງ ຢູ່​ບັນ​ດາ​ຮາກ​ຖານ​ເສີມທາດຢູ​ລາ​ນຽນ Fordow

(VOVWORLD) -ອົງການພະລັງງານຢູລານຽນ ອີີຣານ (AEOI) ໃນວັນທີ 13 ກັນຍາໃຫ້ຮູ້ວ່າ ມີ ຈັກພົ່ນສູບທາດ ຢູລານຽນ 1.044 ເຄື່ອງໄດ້ຮັບການຜັນຂະຫຍາຍໃນບັນດາການເຄື່ອນໄຫວເສີມທາດ ຢູລານຽນ ຢູ່ໂຮງງານ Fordow ຂອງປະເທດນີ້.
​ອີຣານ​ປະ​ກາດ​ເລີ່ມ​ເຄື່ອນ​ໄຫວ ຈັກ​ພົ່ນສູບ​ທາດ ຢູ​ລາ​ນຽນ 1.044 ​​ເຄື່ອງ ຢູ່​ບັນ​ດາ​ຮາກ​ຖານ​ເສີມທາດຢູ​ລາ​ນຽນ Fordow - ảnh 1ໂຮງງານ Fordow (ພາບ: AFP/TTXVN) 

ວັນທີ 13 ກັນຍາອົງການພະລັງງານຢູລານຽນ ອີີຣານ (AEOI) ໃຫ້ຮູ້ວ່າມີ ຈັກພົ່ນສູບທາດ ຢູລານຽນ 1.044 ເຄື່ອງໄດ້ຮັບການຜັນຂະຫຍາຍໃນບັນດາການເຄື່ອນໄຫວເສີມທາດ ຢູລານຽນ ຢູ່ໂຮງງານ Fordow ຂອງປະເທດນີ້.

        ປີ 2015, ກຸ່ມ P5+1 (ລວມມີ ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝລັ່ງ ແລະ ເຢຍລະມັນ) ໄດ້ລົງນາມຂໍ້ຕົກລົງນິວເຄຼຍ JCPOA ກັບ ອີຣານ, ຕາມນັ້ນແລ້ວ, ອີຣານຫຼຸດຜ່ອນບັນດາການເຄື່ອນໄຫວນິວເຄຼຍເພື່ອແລກປ່ຽນເອົາການໂຍະຍານຄຳສັ່ງລົງໂທດ, ໃນນັ້ນມີຄຳສັ່ງຫ້າມຂົນສົ່ງອາວຸດ. ການຢຸດຕິທຸກໆການເຄື່ອນໄຫວເສີມທາດ ຢູລານຽນ ຢູ່ໂຮງງານ Fordow ແມ່ນໜຶ່ງໃນບັນດາຄຳຮຽກຮ້ອງຂອງຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ