ອີຣານປະກາດແຜນການພັດທະນາລະບົບໂຮງງານໄຟຟ້ານິວເຄຼຍ

ອີຣານປະກາດແຜນການພັດທະນາລະບົບໂຮງງານໄຟຟ້ານິວເຄຼຍ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 23/02, ອົງການ​ພະລັງງານ​ປະລະ​ມານູອີຣານ (AEOI) ​ໄດ້​ແຈ້ງວ່າ ປະ​ເທດ​ນີ້​ມີ​ແຜນການກໍ່​ສ້າງ 16 ໂຮງງານ​ໄຟຟ້າ​ນິວ​ເຄຼຍຢູ່​ບັນດາ​ສະຖານ​ທີ່​ແຕກ​ຕ່າງ​ກັນ​ໃນ​ທົ່ວ​ປະ​ເທດ. ບັນດາ​ໂຄງການ​ດັ່ງກ່າວ​​ນອນ​ໃນ​ແຜນການ​ໄລຍະ​ຍາວ​ຂອງ​ອີຣານ ​ເພື່ອ​ຊຸກຍູ້​ການ​ຜະລິດ​ໄຟຟ້າ​ຜ່ານ​ການ​ພັດທະນາ​ບັນດາ​ໂຮງງາ​ນ​ໄຟຟ້າ​ນິວ​ເຄຼຍ ​ແລະ ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ສາກົນ. ຖະ​ແຫຼ​ງການ​ຂອງ​ອີຣານ ຖືກ​ຍົກ​ອອກ​ມາກ​່ອນທີ່​ຮອບ​ເຈລະຈາ​ນິວ​ເຄຼຍ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1, ​ເຊິ່ງລວມມື 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົ​ງສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ນະຄອນ Almaty ຂອງ ກາຣັກສຖານ ​ໃນ​ວັນ​ທີ 26/02 ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ