ອີຣານຢາກຮ່ວມມືກັບຕວກກີແກ້ໄຂບັນຫາອີຣານ ແລະ ຊີຣີ

ອີຣານຢາກຮ່ວມມືກັບຕວກກີແກ້ໄຂບັນຫາອີຣານ ແລະ ຊີຣີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani (ເບື້ອງຂວາ) ແລະ ທ່ານ Mevlut Cavusoglu, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຕວກ​ກີ
(ພ​າບ: EPA/TTXVN)

(vovworld) – ວັນ​ທີ 26/11,  ຮຽກ​ຮ້ອງ​​ໃຫ້​ມີການ​ຮ່ວມ​ມື​ໃຫຍ່ຫຼວງ​ກ່​ວາ​ລະ​ຫວ່າງ​ປະ​ເທດນີ້ ແລະ ຕວກ​ກີ ເພື່ອ​ແນ​ໃສ່​ຊ່ວຍ​ສ້າງ​​ຄວາມ​ສະ​ຖຽນ​ລະ​ພາບ​ຢູ່ ຊີ​ຣີ ແລະ ອ​ີ​ຣານ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ ພວມ​ຢູ່​ຢ້ຽມ​ຢາມ ເຕ​ເຮ​ຣານ, ທ່ານ Rouhani ເນັ້ນ​ໜັກ​ວ່າ: “ວັນ​ນີ້, ໃນ​ຂະ​ນະ​ທີ່​ພາກ​ພື້ນ​ພວ​ມ​ໃນ​ໄລ​ຍະ​ສະ​ດຸງ​ໄວ, ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ການ​ທາບ​ທາມ​ລະ​ຫວ່າງ ເຕ​ເຮ​ຣານ ແລະ ອາ​ກາ​ຣາ ອາດ​ຈະ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ. ຖ້າ​ຫາກ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ພາກ​ພື້ນ ກໍ່​​ພ້ອມ​ກັນຮ່ວມ​ມື​ນັ້ນ, ບັນ​ດາ​ບັນ​ຫາ​ຢູ່ ຊີ​ຣີ ແລະ ອີ​ຣັກ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຊຶ່ງບໍ່​ຕ້ອງ​ການ​ເຖິງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດຢູ່ນອກ​ພາກ​ພື້ນ”. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ Cavusoglu ຊົມ​ເຊີຍ​ບົດ​ບາດ “ມີ​ລັກ​ສະ​ນະ​ສ້າງ​ສັນ” ຂອງ​ອີ​ຣານ ໃນ​ບັ້​ນ​ຮົບ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາ​ບ​ໂລກ. ທ່ານ​ໃຫ້​ຮູ້​ວ່າ: “ເລື່ອງ​ປົກ​​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ຮັກ​ສາ​ຄວາມ​ສາ​ມັກ​ຄີ​ແຫ່ງ​ຊາດ​ຢູ່ ອີີ​ຣາກ ແລະ ຊີ​ຣີ ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ຂອ​ງ​ອີ​ຣານ ແລະ ຕວກ​ກີ”. ທ່ານກໍ່​ຮ​ຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍຮອບ​ດ້ານລ​ະ​ຫວ່າງ ອີ​ຣານ ແລະ ຕວກ​ກີ.


ຂ່າວ/ບົດ​ອື່ນ