ອີຣານເຊື່ອມຕໍ່ການເສີມທາດຢູຣານຽມຄືນໃໝ່

(VOVWORLD) -ວັນທີ 06 ພະຈິກ, ອົງການພະລັງງານປະລະມານູອີຣານ (AEOI) ໄດ້ຢັ້ງຢືນວ່າ ອີຣານ ເລີ່ມສູບທາດຢູຣານຽມ ໃສ່ຈັກພົ່ນ 1044 ໜ່ວຍຢູ່ຮາກຖານນິວເຄຼຍໃຕ້ດິນ Fordow, ເຊື່ອມຕໍ່ການເສີມທາດຢູຣານຽມ ຄືນໃໝ່.

ຕາມທ່ານ Behrouz Kamalvandi, ໂຄສົກ AEOI ແລ້ວ, ຄາດວ່າຮອດວັນທີ 09 ພະຈິກ, ເມື່ອບັນດານັກສັງເກດການຂອງອົງການພະລັງງານປະລະມານູສາກົນ (IAEA) ມາຢ້ຽມຢາມເຂດນີ້ອີກເທື່ອໜຶ່ງ, ລະດັບເສີມທາດ ຢູຣານຽມ ຈະບັນລຸລະດັບ 4,5%.

        ອີຣານ ພວມຄ່ອຍໆຮັດແຄບຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງທີ່ບັນລຸໄດ້ກັບບັນດາປະເທດມະຫາອຳນາດເມື່ອປີ 2015. ຕາມຂໍ້ຕົກລົງ, ອີຣານ ເຫັນດີສ້າງຮາກຖານ Fordow ໃຫ້ກາຍເປັນສູນນິວເຄຼຍ, ຟິຊິກຊາດ ແລະ ເຕັກໂນໂລຊີ, ສ່ວນຈັກພົ່ນທາດ ຢູຣານຽມ 1044 ໜ່ວຍ ຢູ່ທີ່ນີ້ຈະໄດ້ນຳໃຊ້ເພື່ອຈຸດປະສົງອື່ນໆ ຫາກບໍ່ແມ່ນການເສີມທາດ ຢູຣານຽມ.

ຕອບກັບ

ຂ່າວ/ບົດ​ອື່ນ