ອີຣານເລີ່ມເສີມທາດ Urani ລະດັບ 20%

ໄປ​ຄຽງ​ຄູ​່ກັບການ​​ຂົນຂວາຍທາງ​ການ​ທູດ​ຂອງ​ປະທານາທິບໍດີ ອີຣານ Mahmoud Ahmadinejad ຢູ່ ອາ​ເມ​ລິ​ກາ​ລາ​ຕິນ, ອີຣານຍັງ​ຄົງ​ສືບ​ຕໍ່​ມີ​ບັນດາ​ການ​ໂຕ້​ຕອບ​ຢ່າງ​ແຂງ​ແຮງ ຕໍ່​ຄຳ​ນາບ​ຂູ່​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ. ​ໃນ​ການ​ກະທຳ​ຫຼ້າສຸດ, ວັນ​ທີ 9/1, ປະ​ເທດ ສ. ອິດສະ​ລາມ​ນີ້​ໄດ້​ເລີ່​ມຕົ້ນ​ການ ​ເສີມ​ທາດ Urani ລະດັບ 20%. ກໍ່​ໃນ​ວັນ​ດຽວ​ກັນ, ອີ​ຮາ​ນກໍ່​ປະກາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເສີມ​ທາ​ດ Urani ນີ້. ນີ້​ແມ່ນ​ແຜນການ​​ໂດຍ ອີຣານ​ໄດ້​ວາງ​ອອກ​ແຕ່​ຊຸມ​ເດືອນ​ກ່ອນ ​ແຕ່​ຖືກ​ປະຕິບັດ​​ໃນ​ຈຸດ​ເວລາ​ເກີດ​ຄວາມ​ເຄັ່ງ​ຕຶງ​ກັບ​ຝ່າຍ​ຕາ​ເວັນ​ຕົກ​​ເຮັດ​ໃຫ້​ປະ​ເທດ​ນີ້ຍາກ​ທີ່​ຈະຫຼີກລ້ຽງ​ບັນດາຄຳ​ສັ່ງ​ລົງ​ໂທດ​ໃໝ່.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Victoria Nuland ຖື​ວ່າ: ​ເລື່ອງ ອີຣານ​ເສີມ​ທາດ Urani ລະດັບ 20%​ແມ່ນ​ຜິດ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ນິວ​ເຄຼຍ​ເຊິ່ງປະ​ເທດ​ນີ້​ມີ​ສ່ວນ​ກ່ຽວຂ້ອງ.

​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ອັງກິດ William Hague ​ຖື​ວ່າ: ການ​ກະທຳ​ຂອງ ອີຣານ​ແມ່ນ​ໄປ​ຝືນ​ກັບ​ບັນດາ​ຄຳ​ປະກາດ​ກ່ອນ​ນັ້ນທີ່​ວ່າ: ​ໂຄງການນິວ​ເຄຼຍພຽງ​ແຕ່​ຮັບ​ໃຊ້​ຈຸດປະ​ສົງ​ພົນລະ​ເຮືອນ. ສ່ວນກະຊວງ​ການ​ຕ່າງປະ​ເທດ ຝຣັ່ງຖື​ວ່າ: ການ​ເຄື່ອນ​ໄຫວ​ຂອງ ອີຣານ ​ແມ່ນ ”ການ​ກະທຳ​ເກາະ​ຜິດ​” ​ແລະ ປະກາດ​ວ່າ: ຝຣັ່ງ ​ແລະ ບັນດາ​ຄູ່​ຮ່ວມ​ມື​ເອີ​ລົບ​ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດ​ນອກ​ເໜືອ​ຈັດ​ວາງ​ຄຳ​ສັ່ງ​​ລົງ​ໂທດ​ສາກົນ​ຕໍ​ປະ​ເທດ ສ. ອິດສະ​ລາມ​ນີ້.

ຂ່າວ/ບົດ​ອື່ນ