ອີຣານແລະກຸ່ມP5+1ຕີລາຄາເລື່ອງປະຕິບັດຂໍ້ຕົກລົງນິວເຄຼຍ

ອີຣານແລະກຸ່ມP5+1ຕີລາຄາເລື່ອງປະຕິບັດຂໍ້ຕົກລົງນິວເຄຼຍ - ảnh 1
ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: AFP/TTXVN)

(vovworld) - ວັນ​ທີ 10/1, ບັນ​ດາ​ນັກ​ການ​ທູດ​​ແຖວ​ໜ້າ​ຂອງ​ອີ​ຣານ ແລະ ກຸ່ມ P1+5 (ເຊິ່ງ​ລວມ​ມີ 5 ປະ​ເທດ​ກຳ​ມະ​ການ​​ປະ​ຈຳ​​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ນັ້ນ​ແມ່ນ: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງ​ກິດ, ຝ​ຣັ່ງ ແລະ ເຢຍ​ລະ​ມັນ) ໄດ້​ໂຮມ​ປະ​ຊຸມ​ຢູ່​ນະ​ຄອນຫຼວງ ວຽນ​ ປະ​ເທດ ​ໂອ​ຕ​ຣິດ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ປະ​ຫວັດ​ສາດ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ເດືອນ 7/2015. ກອງ​ປະ​ຊຸ​ມ​ໄດ​້​ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່​ພວມ​ປະ​ກົດ​ມີບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຂໍ​້​ຕົກ​ລົງ​ນິວ​ເຄຼຍ​ພາ​ຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ່​ຫາກໍ່​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump, ຜູ້​ທີ່​ເຄີຍ​ຖະ​ແ​ຫລງ​ລົ​ບ​ລ້າງ​ຂໍ້​ຕົກ​ລົງ​ນີ້​ເປັນຫຼາຍ​ເທື່ອ, ໄດ້​ຮັບ​​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 20/1 ຈະ​ມາ​ເຖິງ ແລະ ທ່າ​ນອ​ະ​ດິດ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Akbar Hashemi Rafsanjani, ເຊິ່ງ​ແມ່ນ​ຜູ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ດັ່ງ​ກ່າວ ຫາ​ກໍ່ເຖິງ​ແກ່​ມໍ​ລະ​ນະ​ກຳ.


ຂ່າວ/ບົດ​ອື່ນ