ອວຍພອນພໍ່ແມ່ປະຊາຊົນຊາວຂະແມເນື່ອງໃນໂອກາດບຸນປີໃໝ່Chol Chnam Thmay

ອວຍພອນພໍ່ແມ່ປະຊາຊົນຊາວຂະແມເນື່ອງໃນໂອກາດບຸນປີໃໝ່Chol Chnam Thmay - ảnh 1
ເລຂາຄະນະພັກແຂວງ ຫວີງລອງ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວ ຂະແມ
(ພາບ: Phạm Minh Tuấn-TTXVN.)

(vovworld) –  ວັນ​ທີ 13/4, ຢູ່​ວັດ Ochumpruksa, ​ເມືອງ ວິ​ຖູ​ຍ, ທ່ານ ​ເຈີ່ນ​ກົງ​ແຈ໋ງ, ​ເລຂາ​ຄະນະ​ພັກ​ແຂວງ ​ເຮົ້າ​ຢາງ ພ້ອມ​ກັບ​ການ​ນຳ​ບັນດາ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ​​ໄດ້ມາ ອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ​​ໃຫ້​ບັນດາ​ພະສົງ  ​ແລະ ພໍ່​ແມ່​ປະຊາຊົນ​ຊາວ ຂະ​ແມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay. ນະ​ທີ່​ນີ້, ທ່ານ ​ເຈີ່ນ​ກົງ​ແຈ໋ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຊາວ​ຂະ​ແມ 22.000 ຄົນ​ໃນ​ທົ່ວ​ແຂວງ​ທີ່​ໄດ້​ປະກອບ​ສ່ວນ​ພ້ອມ​ກັບ​ທ້ອງ​ຖິ່ນ​ສ້າງ​ເສດຖະກິດ - ສັງຄົມ​ໃຫ້​ນັບ​ມື້​ນັບ​ພັດທະນາ. ຫຼາຍຄອບຄົວ​ຊາວ​ຂະ​ແມ​​ ​ໄດ້​ປູກ​ຝັງ, ລ້ຽງສັດ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດທາງ​ດ້ານ​ເສ​ດຖະກິດ. ທ່ານ ​ເຈີ່ນ​ກົງ​ແຈ໋ງ ປາດ​ຖະໜາ​ວ່າ: ພໍ່​ແມ່​ປະຊາຊົນ​ຊາວ ຂະ​ແມ ຈະຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ, ການ​ລະ​ຫຼິ້ນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay 2016 ​ບົນ​ຈິດ​ໃຈ​ສາມັກຄີ, ປອດ​ໄພ, ປະຢັດ ​ແລະ ພາຍຫຼັງ​ບຸນ​ເຕັດ​ສືບ​ຕໍ່​ສູ້ຊົນ​ທຳ​ມາ​ຫາ​ກິນ​ເພື່ອ​ໃຫ້​ຊີວິດທາງ​ດ້ານ​ເສດຖະກິດ​ນັບ​ມື້​ນັບ​ດີ​ກ່ວາ.

        ​​ໃນ​ລະຫວ່າງ​ວັນ​ທີ 11 – 14/4, ​ແຂວງ ຫວີງ​ລອງ ​ໄດ້​ຈັດ​ຕັ້ງ​ຫຼາຍ​ຄະນະ​ໄປ​ອວຍພອນ​ບຸນ​ປີ​ໃໝ່ ​ແລະ ມອບ​ຂອງ​​​ຂວັນ​ຢູ່​ວັດ​ຕ່າງໆ, ສະມາຄົມ​ສາມັກຄີ​ກັບພະສົງ​ຮັກ​ຊາດ, ​ໂຮງຮຽນ​ກິນ​ນອນ​ຊົນ​ເຜົ່າ ​ແລະ ພໍ່​ແມ່​ປະຊາຊົນຊາວ ຂະ​ແມ ​ໃນ​ບໍລິ​ເວນ​ແຂວງ.


ຂ່າວ/ບົດ​ອື່ນ