ອອກອາກາດຊ່ອງໂທລະພາບສະເພາະກ່ຽວກັບວັດທະນະທຳ - ການທ່ອງທ່ຽວ (Vietnam Journey) ຢ່າງເປັນທາງການ

(VOVWORLD) - ຕອນຄ່ຳວັນທີ 09 ມັງກອນ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກ໊ວານສື, ຮ່າໂນ້ຍ,

 ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຕັ້ງການຖ່າຍທອດສົດພິທີອອກອາກາດຊ່ອງໂທລະພາບສະເພາະວັດທະນະທຳ - ການທ່ອງທ່ຽວ (Vietnam Journey) ຢູ່ 4 ຈຸດ: ຮ່າໂນ້ຍ, ຮ້າລອງ - ກວາງນິງ, ນະຄອນ ໂຮ່ຈີມິນ, ຝູກວກ - ກຽນຢາງ.

ອອກອາກາດຊ່ອງໂທລະພາບສະເພາະກ່ຽວກັບວັດທະນະທຳ - ການທ່ອງທ່ຽວ (Vietnam Journey) ຢ່າງເປັນທາງການ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີອອກອາກາດຊ່ອງໂທລະພາບສະເພາະວັດທະນະທຳ - ການທ່ອງທ່ຽວ (Vietnam Journey)

        Vietnam Journey ດ້ວຍຄຳຂວັນທີ່ວ່າ “ພ້ອມກັນໄປ ແລະ ພ້ອມກັນຄົ້ນຫາ”, ລວມມີບັນດາຄໍລຳ, ລາຍການລົງເລິກກ່ຽວກັບວັດທະນະທຳຮີດຄອງປະເພນີຊົນເຜົ່າ, ເຂດພາກ, ໂຄສະນາຮູບພາບ, ປູຊະນີຍະສະຖານຢູ່ບັນດາທ້ອງຖິ່ນ, ສິ່ງຍອດຍິ່ງຂອງອາຫານການກິນໃນທົ່ວປະເທດ…

        Vietnam Journey ກໍ່ສ້າງປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບການທ່ອງທ່ຽວດ້ວຍລະຫັດ: truyenhinhdulich.vn ຈະຊ່ວຍນັກທ່ອງທ່ຽວຊອກຫາຂໍ້ມູນກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ຈຸດນັດພົບທີ່ນິຍົມຊົມຊອບ, ອາຫານການກິນ, ໂຮງແຮມ…ດ້ວຍແຜນການພັດທະນາເນື້ອໃນເປັນ 5 ພາສາລວມມີ: ອັງກິດ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, Vietnam Journey ປາດຖະໜາຢາກເປັນຂົວເຊື່ອມຕໍ່ລະຫວ່າງແຂກທ່ອງທ່ຽວສາກົນມາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ