ອະ​ດ​ີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທັກ​ສິນ ຊິນນະ​ວັດ ຈະ​ກັບ​ເມືອປະ​ເທດ ໄທ ໃນ​ວັນ​ທີ 10 ສິງ​ຫາ

(VOVWORLD) - ໃນວັນທີ 26 ກໍລະກົດ, ທີ່ປຶກສາຂັ້ນສູງຂອງພັກເພື່ອໄທ, ທ່ານນາງ ແພທອງທານ ຊິນນະວັດ, ໃຫ້ຮູ້ວ່າ ພໍ່ຂອງລາວ ແມ່ນ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ຈະກັບເມືອປະເທດໃນວັນທີ 10 ສິງຫາ ຈະມາເຖິງ.
ອະ​ດ​ີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທັກ​ສິນ ຊິນນະ​ວັດ ຈະ​ກັບ​ເມືອປະ​ເທດ ໄທ ໃນ​ວັນ​ທີ 10 ສິງ​ຫາ - ảnh 1ທ່ານອະດີດນາຍົກລັດຖະມົນຕີ ໄທ ທັກສິນ ຊິນະວັດ  (ພາບ:AFP)

ຄາດວ່າ ທ່ານອະດີດນາຍົກລັດຖະມົນຕີ ໄທ ທັກສິນ ຊິນະວັດ ຈະກັບເມືອປະເທດ ພາຍຫຼັງເກືອບ 17 ປີ ທີ່ດຳລົງຊີວິດແບບພັດຖິ່ນຢູ່ນະຄອນ ດູບາຍ (ສະຫະລັດ ອາຣັບ ເອມມີເລດ) ພ້ອມແລ້ວທີ່ຈະປະເຊີນໜ້າກັບວິວັດການທາງດ້ານນິຕິກຳຂອງ ໄທ. ໃນບົດຂຽນໄດ້ເອົາລົງໃນສື່ສັງຄົມອອນໄລ ໃນວັນທີ 26 ກໍລະກົດ, ທີ່ປຶກສາຂັ້ນສູງຂອງພັກເພື່ອໄທ, ທ່ານນາງ ແພທອງທານ ຊິນນະວັດ, ໃຫ້ຮູ້ວ່າ ພໍ່ຂອງລາວ ແມ່ນ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ຈະກັບເມືອປະເທດໃນວັນທີ 10 ສິງຫາ ຈະມາເຖິງ.

ທ່ານ ທັກສິນ ຊິນນະວັດ, ອາຍຸ 74 ປີ, ປັດຈຸບັນ ພວມດຳລົງຊີວິດແບບພັດຖິ່ນ    ພາຍຫຼັງທີ່ອອກຈາກປະເທດ ໄທ ໃນປີ 2008 ເພື່ອຫຼີກລ້ຽງການປັບໄໝລົງໂທດຈຳຄຸກນັບສິບປີ ຍ້ອນຖານໂທດ ສໍ້ລາດບັງຫຼວງ, ສວຍໃຊ້ສິດອຳນາດ ແລະ ລົບໜີພາສີ. ທ່ານໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ໄທ ແຕ່ປີ 2001 – 2006.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ