ອະ​ດີດ​ປະ​ທາ​ນາ​ທິ​ິ​ບິ​ດີ Donald Trump ເລີ່ມ​ຕົ້ນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ

(VOVWORLD) -ລັດ Carolinaໃຕ້ ໄດ້ຮັບຖືວ່າແມ່ນລັດມີຄວາມໝາຍສຳຄັນ ຂະນະທີ່ແມ່ນໜຶ່ງໃນບັນດາລັດທຳອິດຈັດຕັ້ງການຫາສຽງເລືອກຕັ້ງຂອງຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີໃນຄັ້ງຕ່າງໆ.
ອະ​ດີດ​ປະ​ທາ​ນາ​ທິ​ິ​ບິ​ດີ Donald Trump ເລີ່ມ​ຕົ້ນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ - ảnh 1ທ່ານງອະດີດປະທານາທິບໍດີ Donald Trump (ພາບ: Getty Images)

ວັນທີ 18 ມັງກອນ, ຕາມແຈ້ງການຂອງກຸ່ມຮັບຜິດຊອບບັ້ນຫາສຽງເລືອກຕັ້ງຂອງອະດີດປະທານາທິບໍດີ Donald Trump ແລ້ວ, ທ່ານຈະປະກົດຕົວຕໍ່ມະຫາຊົນຢູ່ ລັດ Carolina ໃຕ້ ໃນວັນທີ 28 ມັງກອນ ເພື່ອປະກາດຖັນແຖວຫາສຽງເລືອກຕັ້ງຂັ້ນລັດ ຢູ່ລັດນີ້, ເລີ່ມຕົ້ນບັ້ນຫາສຽງເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກຈະມາເຖິງ. ນີ້ແມ່ນຄັ້ງທຳອິດ ທີ່ທ່ານປະທານາທິບໍດີ Donald Trump ປະກົດຕົວ ຕໍ່ໜ້າມະຫາຊົນນັບແຕ່ເວລາທ່ານປະກາດຈະອອກຫາສຽງເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກປີ 2022. ລັດ Carolinaໃຕ້ ໄດ້ຮັບຖືວ່າແມ່ນລັດມີຄວາມໝາຍສຳຄັນ ຂະນະທີ່ແມ່ນໜຶ່ງໃນບັນດາລັດທຳອິດຈັດຕັ້ງການຫາສຽງເລືອກຕັ້ງຂອງຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີໃນຄັ້ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ