ອະດີດປະທານາທິບໍດີ ຟີລິບປິນ Fidel Ramos ເຖິງແກ່ມໍລະນະກຳ

(VOVWORLD) - ທ່ານອະດີດປະທານາທິບໍດີ ຟິລິບປີນ Fidel Ramos ເກີດວັນທີ 18 ມີນາ 1928 ຢູ່ແຂວງ Pangasinan, ທາງທິດເໜືອຂອງນະຄອນຫຼວງ ມານີລາ.
ອະດີດປະທານາທິບໍດີ ຟີລິບປິນ Fidel Ramos ເຖິງແກ່ມໍລະນະກຳ - ảnh 1ທ່ານອະດີດປະທານາທິບໍດີ ຟິລິບປີນ Fidel Ramos ໃນປີ 2016 (ພາບ: AFP)

ວັນທີ 31 ກໍລະກົດ, ສື່ມວນຊົນສາກົນໄດ້ແຈ້ງຂ່າວກ່ຽວກັບເລື່ອງ ທ່ານອະດີດປະທານາທິບໍດີ ຟິລິບປີນ Fidel Ramos ເຖິງແກ່ມໍລະນະກຳ, ດ້ວຍອາຍຸ 94 ປີ. ທ່ານ Fidel Ramos ເສຍຊີວິດຍ້ອນອາຫານແຊກຊ້ອນຂອງພະຍາດໂຄວິດ - 19. ທ່ານ Ferdinand Romualdez Marcos, ເລຂານຸການດ້ານສື່ມວນຊົນຂອງທ່ານປະທານາທິບໍດີ ຟີລິບປິນ ຄົນປະຈຸບັນ ໄດ້ຮັບຮູ້ຂໍ້ມູນຂ່າວດັ່ງກ່າວ ແລະ ສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງອະດີດການນຳທ່ານນີ້.

        ທ່ານອະດີດປະທານາທິບໍດີ ຟິລິບປີນ Fidel Ramos ເກີດວັນທີ 18 ມີນາ 1928 ຢູ່ແຂວງ Pangasinan, ທາງທິດເໜືອຂອງນະຄອນຫຼວງ ມານີລາ. ທ່ານແມ່ນການນຳດ້ານການທະຫານ ແລະ ນັກການເມືອງ, ເປັນປະທານາທິບໍດີຜູ້ທີ 12 ຂອງ ປະເທດ ຟິລິບປິນ, ດຳລົງຕຳແໜ່ງແຕ່ປີ 1992 ຮອດປີ 1998. ໃນຖານະຕຳແໜ່ງເປັນປະທານາທິບໍດີ ຟີລິບປິນ, ທ່ານໄດ້ສົ່ງເສີມບັນດາການປະຕິຮູບດ້ານພາສີ ແລະ ເສດຖະກິດ, ຊ່ວຍຟື້ນຟູພື້ນຖານເສດຖະກິດຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ