ອະດີດເລຂາທິການໃຫຍ່ສປຊBanKi-moonບໍ່ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ສ.ເກົາຫຼີ

ອະດີດເລຂາທິການໃຫຍ່ສປຊBanKi-moonບໍ່ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ສ.ເກົາຫຼີ - ảnh 1
ອະດີດ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
(ພາບ: EPA/TTXVN)

(vovworld) – ​ ວັນ​ທີ 01/02, ອະດີດ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ປະກາດ​ວ່າ ທ່ານ​ຈະ​ບໍ່​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີ ສ.​ເກົາຫຼີ, ພ້ອມທັງ​ສະ​ແດງ​ຄວາມ​ຂໍ​ໂທດ ​ເພາະ​​ໄດ້ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຫວັງຕໍ່​ຂໍ້​ຕົກລົງ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ປະຊຸມ​ຂ່າວ ທ່ານ Ban Ki-moon ຖະ​ແຫຼ​ງວ່າ ຈະ​ປະລະ “ຄວາມ​ຄິດ​ບໍລິສຸດ ​ເພື່ອ​ມີ​ບົດບາດ​ເປັນ​ໃຈກາງ​ໃນ​ການ​ປ່ຽນ​ແປງ​ດ້ານ​ການ​ເມືອງ ​ແລະ ຄວາມ​ສາມັກຄີ​ຂອງ​ຊາດ”, ພ້ອມ​ທັງຖອນ​ອອກ​ຈາກ​ເວທີ​ການ​ເມືອງ. ​ເຖິງ​ວ່າຍົກ​ອອກ​ສາຍ​ເຫດກໍ່ຕາມ ​ແຕ່​ທ່ານ Ban Ki-moon ​ໃຫ້​ຮູ້​ວ່າ ນ້ຳ​ໃຈ​ຮັກຊາດ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ທ່ານຖືກ “ບາງ​ຄົນຕູ່​ຫາ ​ແລະ ​ເສກ​ສັນ​ປັ້ນ​ແຕ່ງ” ​ເພື່ອທຳລາຍ.

        ​ແລ​ະ ​ໃນ​ວັນ​ດຽວ​ກັນ 01/02 ປະຕິກິລິຍາ​ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ​ຂອງ​ທ່ານ Ban Ki-moon, ບັນດາ​ພັກ​ຝ່າຍ​ການ​ເມືອງ​ນັບ​ທັງ​ຝ່າຍ​ກຳ​ອຳນາດ ​ແລະ ຝ່າຍ​ຄ້ານ​ໄດ​້ສະ​ແດງທ່າ​ທີຕົກຊະ​ເງີ້. ​​ໂຄສົກ​ຂອງ​ພັກ Saenuri ກຳ​ອຳນາດ ສະມາຊິກ​ລັດຖະສະພາ Kim Sung – won ຖື​ວ່າ ຂໍ້​ຕົກລົງ​ຂອງທ່ານ Ban Ki-moon ​ແມ່ນໜ້າ​ເສຍດາຍ ​ແລະ ກໍ່​ຄວາມ​ຕື່ນ​ໃຈ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ທ່ານ Ban Ki-moon ຈະ​ມີ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່ສາມັນ​ຊົນ ​ໂດຍອີງ​ໃສ່​ປະສົບ​ການ​ຂອງ​ທ່ານ ດ້ວຍ​ຖານະ​ເປັນ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ