ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳໃນໝູ່ປະຊາຊົນເຜົ່າສ່ວນໜ້ອຍ

(VOVWORLD) -ນີ້ແມ່ນຫົວຂໍ້ກອງປະຊຸມວິທະຍາສາດ ໂດຍສະຖາບັນວັດທະນະທຳສິລະປະແຫ່ງຊາດຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ.
ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳໃນໝູ່ປະຊາຊົນເຜົ່າສ່ວນໜ້ອຍ - ảnh 1(ພາບປະກອບ: TTXVN)

ກອງປະຊຸມໄດ້ດຶງດູດນັກຊ່ຽວຊານ, ນັກຄົ້ນຄວ້າ, ນັກຄຸ້ມຄອງດ້ານວັດທະນະທຳຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

        ຫວຽດນາມ ມີ 54 ຊົນເຜົ່າ, ໃນນັ້ນນອກຈາກຊົນເຜົ່າກິງ ແລະ ຊົນເຜົ່າ ຮວາ ແລ້ວ, ສ່ວນຍັງເໜືອແມ່ນຊົນເຜົ່າສ່ວນໜ້ອຍ, ເຂົາເຈົ້າດຳລົງຊີວິດຢູ່ທົ່ວພາກເໜືອ - ພາກກາງ - ພາກໃຕ້. ສິ່ງທ້າທາຍໃນປະຈຸບັນນັ້ນແມ່ນຕິດພັນການອະນຸລັກຮັກສາ, ການເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳວົງຄະນະຍາດບັນດາເຜົ່າສ່ວນໜ້ອຍກັບການພັດທະນາເສດຖະກິດ, ສັງຄົມ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ຕ້ອງປ່ຽນແປງຈິນຕະນາການໃນການສຳພັດນະໂຍບາຍອະນຸລັກຮັກສາວັດທະນະທຳຊາວເຜົ່າສ່ວນໜ້ອຍ, ລັກສະນະນຳໃຊ້ພຶດຕິກຳຕົວຈິງຂອງບັນດານະໂຍບາຍ; ເອົາໃຈໃສ່ເຖິງວິທີຫາລ້ຽງຊີບຂອງຊາວເຜົ່າສ່ວນໜ້ອຍ, ພິເສດແມ່ນໃຫ້ບຸລິມະສິດກຸ່ມເປົ້າໝາຍເປັນເອກະລັກສະເພາະແມ່ນຊາວເຜົ່າທີ່ມີປະຊາກອນໜ້ອຍທີ່ສຸດ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິຍາເອກ ລິວເຈິ່ນຕຽວ, ປະທານສະມາຄົມມໍລະດົກວັດທະນະທຳຫວຽດນາມ, ຖືວ່າ.

        “ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳໃນໝູ່ປະຊາຊົນຊາວເຜົ່າສ່ວນໜ້ອຍໃນປະຈຸບັນ ແມ່ນຕ້ອງນອນໃນການປະຕິວັດວິທະຍາສາດເຕັກໂນໂລຊີ 4.0. ຫັນບັນດາຂໍ້ມູນແກ່ນສານເຊິ່ງຕິດພັນກັບສີສັນວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍເປັນດີຈີຕອນ. ເຮັດໄປຕາມແຕ່ລະຂັ້ນຕອນ, ທຳອິດແມ່ນບັນດາຄຸນຄ່າວັດທະນະທຳທີ່ດີເດັ່ນທີ່ສຸດ, ຫຼັງຈາກນັ້ນຈຶ່ງຈະຄ່ອຍໆເປີດກວ້າງ ແລະ ໂຄສະນາໃຫ້ໂລກເຫັນໄດ້ຄວາມງາມ, ສິ່ງຍອດຍິ່ງຂອງຊາວເຜົ່າສ່ວນໜ້ອຍຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ