ອາຂຽນ ແລະ ລັດເຊຍ ມານະພະຍາຍາມຊຸກຍູ້ການຟື້ນຟູ ແລະ ໂຄງປະກອບພາກພື້ນອາຊີ-ປາຊີຟິກ

(VOVWORLD) -ຜູ້ຕາງໜ້າບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີຈະເລີ່ມເຄື່ອນໄຫວບາງກົນໄກເຈລະຈາລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ.
ອາຂຽນ ແລະ ລັດເຊຍ ມານະພະຍາຍາມຊຸກຍູ້ການຟື້ນຟູ ແລະ ໂຄງປະກອບພາກພື້ນອາຊີ-ປາຊີຟິກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ
(ພາບ: dangcongsan.vn)

ວັນທີ 06 ກໍລະກົດ, ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍ ໄດ້ດຳເນີນທາງອອນລາຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Retno Marsudi ແລະ ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov.

        ຢູ່ທີ່ນີ້, ຜູ້ຕາງໜ້າບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີຈະເລີ່ມເຄື່ອນໄຫວບາງກົນໄກເຈລະຈາລະຫວ່າງອາຊຽນ ແລະ ສະຫະພັນລັດເຊຍ. ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, 2 ຝ່າຍໄດ້ຢືນຢັນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຍູ້ການແຜ່ລະບາດຂອງບັນດາໄວຣັດສາຍພັນໃໝ່ໃຫ້ຖອຍໄປ; ສົມທົບກັນຢູ່ພາກພື້ນ ແລະ ທົ່ວໂລກໃນການແຈກຢາຍວັກຊິນເຖິງປະຊາຊົນໃນພາກພື້ນ. ບັນດາປະເທດອາຊຽນ ໄດ້ເຫັນດີນຳກັນສົມທົບກັບສະຫະພັນລັດເຊຍ ເພື່ອຊຸກຍູ້ດ້ານການຄ້າ, ການລົງທຶນ, ຮັກສາລະບົບການສະໜອງຢູ່ພາກພື້ນ, ເພີ່ມທະວີການຮ່ວມມືລະຫວ່າງສຳພັນທະມິດເສດຖະກິດອາຊີ-ເອີລົບ (EAEU) ກັບອາຊຽນ.

        ເຂົ້າຮ່ວມກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ສະເໜີໃຫ້ 2 ຝ່າຍຄວນສົມທົບກັນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນຢ່າງບໍ່ຢຸດຢັ້ງ, ຖືກົດໝາຍສາກົນເປັນສຳຄັນເພື່ອຮັບມືກັບບັນດາສິ່ງທ້າທາຍນາບຂູ່ເຖິງສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຂອງລັດເຊຍ ແລະ ອາຊຽນ. ທ່ານລັດຖະມົນຕີ ບຸນແທງເຊີນ ຢືນຢັນຄຳໝັ້ນສັນຍາຂອງອາຊຽນ ໃນການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ ຢ່າງມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ