ອາຊີ - ປາຊີຟິກ ໄດ້ຮັບກ່ວາ 20 ຕື້ໂດລາສະຫະລັດເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) - ADB ກໍ່ໄດ້ຍົກອອກຄຳໝັ້ນສັນຍາສະໜອງຈຳນວນເງິນ 6,7 ຕື້ໂດລາສະຫະລັດ ເພື່ອແນໃສ່ໜູນຊ່ວຍການຫລຸດຜ່ອນຜົນກະທົບ ແລະ ປັບຕົວໃຫ້ແທດເໝາະກັບດິນຟ້າອາກາດໃນປີ 2022
ອາຊີ - ປາຊີຟິກ ໄດ້ຮັບກ່ວາ 20 ຕື້ໂດລາສະຫະລັດເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 - ảnh 1(ພາບປະກອບຈາກ ADB)

ວັນທີ 24 ເມສາ, ທະນາຄານພັດທະນາ ອາຊີ (ADB) ປະກາດບົດລາຍງານປະຈຳປີ ປີ 2022 ທີ່ໄດ້ສະແດງໃຫ້ເຫັນວ່າ ທະນາຄານແຫ່ງນີ້ໄດ້ໃຫ້ຄຳໝັ້ນສັນຍາຈ່າຍຈຳນວນເງິນ 20,5 ຕື້ໂດລາສະຫະລັດ ຈາກບັນດາແຫຼ່ງກຳລັງເພື່ອໜູນຊ່ວຍ ພາກພື້ນ ອາຊີ - ປາຊີຟິກ ສືບຕໍ່ຟື້ນຟູພາຍຫຼັງໂລກລະບາດໂຄວິດ -19, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກ ແລະ ວິກິດການເສດຖະກິດທີ່ເກີດຂຶ້ນໃໝ່. ນອກຈາກນັ້ນ, ADB ກໍ່ໄດ້ຍົກອອກຄຳໝັ້ນສັນຍາສະໜອງຈຳນວນເງິນ 6,7 ຕື້ໂດລາສະຫະລັດ ເພື່ອແນໃສ່ໜູນຊ່ວຍການຫລຸດຜ່ອນຜົນກະທົບ ແລະ ປັບຕົວໃຫ້ແທດເໝາະກັບດິນຟ້າອາກາດໃນປີ 2022, ບັນລຸໄດ້ຄວາມຄືບໜ້າໃນການປະຕິບັດເປົ້າໝາຍສະໜອງຈຳນວນເງິນ 100 ຕື້ໂດລາສະຫະລັດ ໜູນຊ່ວຍໃຫ້ຂົງເຂດນີ້ໃນໄລຍະ 2019 – 2030.

        ຄຽງຄູ່ກັນນັ້ນ, ເພື່ອແກ້ໄຂວິກິດການສະບຽງອາຫານທີ່ນັບມື້ນັບໜັກໜ່ວງໃນພາກພື້ນ, ADB ກໍ່ໄດ້ສະຫງວນຈຳນວນເງິນ 3,7 ຕື້ໂດລາສະຫະລັດ, ຕາມໂຄງການຄ້ຳປະກັນສະບຽງອາຫານທີ່ມີມູນຄ່າ 14 ຕື້ໂດລາສະຫະລັດ ຂອງທະນາຄານ, ຟື້ນຟູການສະໜອງສະບຽງອາຫານທີ່ຈຳເປັນ ໃຫ້ແກ່ບັນດາຜູ້ທີ່ຕ້ອງໄດ້ຮັບການຊ່ວຍເຫຼືອ ແລະ ປັບປຸງລະບົບຜະລິດສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ