ອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າໄຕ່ ຢູ່ແຂວງ ກາວບັ່ງ ໄດ້ຮັບຮູ້ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

(VOVWORLD) - ເນື່ອງໃນໂອກາດນີ້, ແຂວງ ກາວບັ່ງ ກໍ່ໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານບໍ່ເປັນວັດຖຸລະດັບຊາດ ສຳລັບ “ອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າໄຕ່” ແລະ ໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດຂັ້ນແຂວງ ສຳລັບ ຖ້ຳ ເຫງື່ອມກ໋າງ ແລະ ວິຫານ ນຸ່ງຈີ໋ກາວ.
ອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າໄຕ່ ຢູ່ແຂວງ ກາວບັ່ງ ໄດ້ຮັບຮູ້ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ - ảnh 1ພິທີຮັບໃບຢັ້ງຢືນປູຊະນີຍະສະຖານບໍ່ເປັນວັດຖຸລະດັບຊາດ
(ພາບ:VOV)

 

ວັນທີ 10 ມີນາ, ຢູ່ຫ້ວຍ ເລນິນ ປະຫວັດສາດ, ປະຊາຊົນບ້ານ ປັກບໍ໋, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກ໋ວາງ, ແຂວງ ກາວບັ່ງ ໄດ້ຈັດພິທີເອົານ້ຳຢູ່ຫ້ວຍເລນິນ, ໄຂງານບຸນອວ່າຍໜ້າເມືອຫາກົກເຄົ້າເຫງົາກໍ ປັກບໍ໋ ປີ 2024 ຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ແຂວງ ກາວບັ່ງ ກໍ່ໄດ້ຮັບໃບຢັ້ງຢືນປູຊະນີຍະສະຖານບໍ່ເປັນວັດຖຸລະດັບຊາດ ສຳລັບ “ອາຊີບຫັດຖະກຳຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າໄຕ່” ແລະ ໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດຂັ້ນແຂວງ ສຳລັບ ຖ້ຳ ເຫງື່ອມກ໋າງ ແລະ ວິຫານ ນຸ່ງຈີ໋ກາວ.

        ທ່ານ ຟ້າມຊວນຕຸ່ງ, ປະທານຄະນະກຳມະການປະຊາຊົນເມືອງ ຮ່າກ໋ວາງ, ຫົວໜ້າຄະນະຈັດຕັ້ງງານບຸນອວ່າຍໜ້າເມືອຫາກົກເຄົ້າເຫງົາກໍ ປັກບໍ໋ ປີ 2024, ໃຫ້ຮູ້ວ່າ:

        “ງານບຸນ ອວ່າຍໜ້າເມືອຫາກົກເຄົ້າເຫງົາກໍ ປັກບໍ໋ ປີ 2024 ດ້ວຍການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າໃນບໍລິເວນເມືອງ ຮ່າກ໋ວາງ ແລະ ບັນດາແຂກຖືກເຊີນມາຈາກແຂວງ ກ໋ວາງສີ, ປະເທດຈີນ. ງານບຸນປີນີ້ໄດ້ຮັບການສະໜັບສະໜູນຂອງປະຊາຊົນເປັນຈຳນວນຫຼວງຫຼາຍໃນການຈັດຕັ້ງເຫດການຢ່າງສົມກຽດ ເພື່ອປະກອບສ່ວນແຜ່ຂະຫຍາຍໃນທົ່ວເມືອງ ຮ່າກ໋ວາງ ກໍ່ຄືໃນແຂວງ ກາວບັ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ