ອາຊຽນ 2020: ກອງ​ປະຊຸມ​ເຈລະຈາທາງ​ອອນ​ລາຍ​ລະຫວ່າງ ອາຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 33

(VOVWORLD) - ວັນທີ 05 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ລະຫວ່າງ ອາຊຽນ - ອາເມລິກາ ຄັ້ງທີ 33.
ອາຊຽນ 2020: ກອງ​ປະຊຸມ​ເຈລະຈາທາງ​ອອນ​ລາຍ​ລະຫວ່າງ ອາຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 33 - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ (ພາບ: ກະຊວງການຕ່າງປະເທດ)

        ກ່າວຄໍາເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ອາຊຽນ ໄດ້ເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມມານະພະຍາຍາມຂອງທັງປະຊາຄົມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມທັງຕີລາຄາສູງການຊ່ວຍເຫຼືອຢ່າງທັນການຂອງ ອາເມລິກາ ສໍາລັບ ອາຊຽນ ໃນການຮັບມືກັບໂລກລະບາດ ນັບແຕ່ຫົວທີ. ທ່ານ ຫງວຽນກວ໊ກຢຸງ ສະເໜີໃຫ້ ອາເມລິກາ ສືບຕໍ່ໜູນຊ່ວຍ ອາຊຽນ ໃນການຍົກສູງກໍາລັງຄວາມສາມາດໃນການຮັບມື, ຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດ ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງ. ພ້ອມທັງຢັ້ງຢືນວ່າ ອາຊຽນ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ, ນັກລົງທຶນ ອາເມລິກາ ມາເຄື່ອນໄຫວຢູ່ພາກພື້ນ ອາຊຽນ.

        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ກໍໄດ້ແບ່ງປັນທັດສະນະ ໂດຍຖືວ່າ ໃນສະພາບການຄືໃນປັດຈຸບັນ, ບັນດາປະເທດຕ້ອງຊຸກຍູ້ການເຈລະຈາ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນການສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມື.


ຕອບກັບ

ຂ່າວ/ບົດ​ອື່ນ