ອາ​ຊຽນ 2020: ຊຸກ​ຍູ້​ການ​ຮ່ວມ​ມື​ ອາ​ຊຽນ ໃນ​ວຽກ​ງານ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19

(VOVWORLD) -ວັນທີ 14 ເມສາ, ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດ ອາຊຽນ + 3 (ເຊິ່ງລວມມີບັນດາປະເທດສະມາຊິກ ອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໄດ້ດຳເນີນດ້ວຍຮູບແບບກອງປະຊຸມອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ ແລະ ປະທານ ອາຊຽນ + 3.
ອາ​ຊຽນ 2020: ຊຸກ​ຍູ້​ການ​ຮ່ວມ​ມື​ ອາ​ຊຽນ ໃນ​ວຽກ​ງານ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19 - ảnh 1 ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໄດ້ດຳເນີນດ້ວຍຮູບແບບກອງປະຊຸມອອນລາຍ (ພາບ: VGP)

ທີ່ກອງປະຊຸມ, ການນຳບັນດາປະເທດ ຈະພ້ອມກັນຍົກອອກບັນດາມາດຕະການ, ຂໍ້ລິເລີ່ມລະອຽດ, ຊຸກຍູ້ການຮ່ວມມືໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ພ້ອມທັງຮັບມືກັນການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ຍືນຍົງຂອງພາກພື້ນໃນໄລຍະຍາວ.

ກ່ອນທີ່ຈະດຳເນີນ 2 ກອງປະຊຸມດັ່ງກ່າວ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ຖືວ່າ ເລື່ອງຈັດຕັ້ງບັນດາເຫດການດັ່ງກ່າວ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ໃນການຫັນກຳລັງແຮງສັງລວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ກໍຄືການນຳພາຂອງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ອາຊຽນ + 3 ໃນການຊຸກຍູ້ການຮັບມືຂອງພາກພື້ນ ແນໃສ່ຊ່ວຍຊູການກະທຳຂອງບັນດາປະເທດ ແລະ ທ້ອງຖິ່ນໃນການຕ້ານໂລກລະບາດໂຄວິດ - 19. ທ່ານ Lim Jock Hoi ຕີລາຄາສູງການສົມທົບກັນລະຫວ່າງບັນດາປະເທດ ແລະ ບົດບາດຕັ້ງໜ້າຂອງປະທານອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

ທ່ານປະລິນຍາເອກ Malcolm Cook  ນັກຊ່ຽວຊານຄົ້ນຄວ້າຂັ້ນສູງ ສັງກັດສະຖາບັນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຕັ້ງຢູ່ ສິງກະໂປ ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າຖືວ່າ ຫວຽດນາມ ມີທ່າໄດ້ປຽບ 3 ຢ່າງ ເມື່ອຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດອອກເປັນວົງກວ້າງ. ທີໜຶ່ງ ນັ້ນແມ່ນ ລັດຖະບານຫວຽດນາມ ມີກຳລັງຄວາມສາມາດຢ່າງພຽງພໍເພື່ອເປັນປະທານ ອາຊຽນ ໃນສະພາບການຕ້ອງປະເຊີນໜ້າກັບໂລກລະບາດໂຄວິດ - 19. ທີສອງ, ຫວຽດນາມ ເຄີຍເປັນປະເທດທຸກຍາກຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສຸດທ້າຍແມ່ນ ໃນຈຸດເວລາປັດຈຸບັນ, ເມື່ອຫວຽດນາມ ຍັງບໍ່ຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19 ຖ້າຫາກທຽບກັບບັນດາປະເທດອື່ນໆໃນພາກພື້ນ, ລັດຖະບານຫວຽດນາມ ຈະມີໂອກາດຫຼາຍຢ່າງເພື່ອສຸມໃສ່ປະຕິບັດບົດບາດ ແລະ ຄວາມຮັບຜິດຊອບຂອງການເປັນ ປະທານ ອາຊຽນ”.

ທ່ານ Asano Katsuhito, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດຮອງຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ, ຖືວ່າ: ເລື່ອງຫວຽດນາມ ເປັນປະທານກອງປະຊຸມດັ່ງກ່າວ ໄດ້ສະແດງໃຫ້ເຫັນບົດບາດສຳຄັນ ແລະ ເໝາະສົມທີ່ສຸດໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໃນປັດຈຸບັນ. ບັນດາມາດຕະການຂອງລັດຖະບານ ຫວຽດນາມໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແມ່ນແບບຢ່າງໃຫ້ບັນດາປະເທດຢ່າງແທ້ຈິງ.

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ຕີລາຄາສູງບົດບາດຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ 2020 ໃນວຽກງານນຳພາ ແລະ ຊຸກຍູ້ຂະບວນວິວັດກໍ່ສ້າງປະຊາຄົມ ອາຊຽນ. ທ່ານເນັ້ນໜັ້ກວ່າ ເຖິງວ່າ ອາຊຽນ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການກໍຕາມ ແຕ່ຫວຽດນາມ ຍັງສືບຕໍ່ສວມບົດບາດນຳພາ ແລະ ຊຸກຍູ້ຂະບວນວິວັດກໍ່ສ້າງປະຊາຄົມອາຊຽນ, ເອົາໃຈໃສ່ເຖິງບົດບາດເປັນໃຈກາງຂອງອາຊຽນ, ພິເສດແມ່ນໃນສາຍພົວພັນຕ່າງປະເທດກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ.

ທ່ານ Grigory Lokshin, ພະນັກງານຄົ້ນຄວ້າດ້ານວິທະຍາສາດຂັ້ນສູງ ຂອງສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ, ສະຖາບັນ ຕາເວັນອອກໄກ, ສະຖາບັນບັນດິດ ວິທະຍາສາດ ລັດເຊຍຖືວ່າ: ບັນດາມາດຕະການທັງໝົດ ເຊິ່ງຫວຽດນາມ ປະຕິບັດເພື່ອສ້າງຄວາມຜູກພັນໃນ ອາຊຽນ ຕໍ່ໜ້າຄວາມສ່ຽງຂອງໂລກລະບາດພວມພົ້ນເດັ່ນຂຶ້ນນັ້ນ ຈະມີຄວາມສຳຄັນຍິ່ງ ສຳລັບການປັບປຸງປະຊາຄົມ ອາຊຽນ ແລະ ເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ.

 


ຕອບກັບ

ຂ່າວ/ບົດ​ອື່ນ