ອາ​ຊຽນ 2020: ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຈະ​ເຂົ້າ​ຮ່ວມ​ບັນ​ດາກອ​ງ​ປະ​ຊຸມ​ສຸດຍອດທີ່​ກ່ຽວ​ຂ້ອງ

(VOVWORLD) -   ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ມີແຜນການເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງຕ່າງໆຜ່ານທາງອອນລາຍ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນອາທິດນີ້, ດ້ວຍເນື້ອໃນຈຸດສຸມແມ່ນ ການຮ່ວມມືລະຫວ່າງ ເຊີອຸນ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ກໍຄືບາງປະເທດໃນພາກພື້ນ ອາຊີ - ປາຊີຟິກ.
ອາ​ຊຽນ 2020: ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຈະ​ເຂົ້າ​ຮ່ວມ​ບັນ​ດາກອ​ງ​ປະ​ຊຸມ​ສຸດຍອດທີ່​ກ່ຽວ​ຂ້ອງ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in (ພາບ: TTXVN) 

ໃນແຈ້ງການສະບັບອອກວັນທີ10 ພະຈິກ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Moon Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງອອນລາຍ ກັບການນຳບັນດາປະເທດ ອາຊຽນ ໃນວັນທີ 12 ພະຈິກ, ປຶກສາຫາລືກ່ຽວກັບການພົວພັນຮ່ວມມືຂອງ ເຊີອູນກັບບັນດາປະເທດສະມາຊິກ ອາຊຽນ ໃນບັນດາຂົງເຂດທີ່ແຕກຕ່າງກັນ. ວັນທີ 13 ພະຈິກ, ທ່ານປະທານາທິບໍດີ Moon  Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດກັບການນຳ 5 ປະເທດ ທີ່ມີແມ່ນ້ຳຂອງໄຫຼຜ່ານ ລວມມີ ຫວຽດນາມ, ກຳປູເຈຍ, ມຽນມາ, ລາວ ແລະ ໄທ, ປຶກສາຫາລືກ່ຽວກັບບັນດາວິທີການປັບປຸງສາຍພົວພັນ. ວັນທີ 14 ພະຈິກ, ທ່ານປະທານາທິບໍດີ Moon Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 (APT) ຄັ້ງທີ 23; ເຂົ້າຮ່ວມວາລະປະຊຸມ ເວທີປາໄສສຸດຍອດອາຊີຕາເວັນອອກ. ວັນທີ 15 ພະຈິກ, ທ່ານປະທານາທິບໍດີ Moon Jae – in ມີແຜນການເຂົ້າຮ່ວມພິທີລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)./.


ຕອບກັບ

ຂ່າວ/ບົດ​ອື່ນ