ອາຊຽນ 2020: ຫວຽດນາມ ນຳເອົາຄວາມ “ຂະຫຍັນຂັນເຄື່ອນໃໝ່” ມາໃຫ້ ອາຊຽນ

(VOVWORLD) -  ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ມາເລເຊຍ ປະຈຳ ອາຊຽນ Kamsiah Kamaruddin ໄດ້ຕີລາຄາວ່າ ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ເມື່ອວັນທີ 28 ກໍລະກົດ 1995 ໄດ້ນຳເອົາຄວາມ “ຂະຫຍັນຂັນເຄື່ອນໃໝ່” ມາໃຫ້ ອາຊຽນ.
ອາຊຽນ 2020: ຫວຽດນາມ ນຳເອົາຄວາມ “ຂະຫຍັນຂັນເຄື່ອນໃໝ່” ມາໃຫ້ ອາຊຽນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຢູ່ ຮ່າໂນ້ຍ ໃນວັນທີ 26/06/2020. (ພາບ:TTXVN)

   ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ (ອິນໂດເນເຊຍ) ຫວ່າງແລ້ວນີ້, ທ່ານນາງເອກອັກຄະລັດຖະທູດໃຫ້ຂໍ້ສັງເກດວ່າ: ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ນຳມາເຊິ່ງຄວາມຂະຫຍັນຂັນເຄື່ອນໃໝ່, ບັນດາປັດໄຈໃໝ່ ແລະ ພວກຂ້າພະເຈົ້າໄດ້ສົມທົບກັບ ຫວຽດນາມ ເພື່ອສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງກ່ວາ.

        ທ່ານນາງເອກອັກຄະລັດຖະທູດ Kamsiah ຕີລາຄາວ່າ ຫວຽດນາມ ປະຕິບັດໄດ້ “ດີທີ່ສຸດ” ໃນຖານະຕຳແໜ່ງປະທານ ອາຊຽນ, ພ້ອມທັງຊິີ້ແຈ້ງວ່າ ຫວຽດນາມ ໄດ້ສະແດງບົດບາດນຳພາຢ່າງແຮງ ໂດຍຜ່ານການຊຸກຍູ້ຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ບໍ່ພຽງແຕ່ຮັບມືກັບໂລກລະບາດໂຄວິດ-19 ເທົ່ານັ້ນ ຫາກຍັງໃນໄລຍະຟື້ນຟູອີກດ້ວຍ. ທ່ານນາງ Kamsiah ກໍ່ໃຫ້ຮູ້ວ່າ ປະເທດ ຫວຽດນາມ ປະທານ ອາຊຽນ ພວມໃຫ້ບຸລິມະສິດຊຸກຍູ້ກ່ຽວກັບບັນຫາແມ່ຍິງ, ເດັກນ້ອຍ ແລະ ການພັດທະນາແບບຍືນຍົງ, ເປັນຕົ້ນແມ່ນຮັກສາສິ່ງແວດລ້ອມທະເລໄວ້ໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ