ອາຊຽນ +3 ຊຸກຍູ້ການປັບປຸງເຄືອຂ່າຍຄວາມປອດໄພດ້ານການເງິນທົ່ວໂລກ

(VOVWORLD) - ບັນດາຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານການເງິນໃນພາກພື້ນ ຜ່ານຫຼາຍກົນໄກ, ໃນນັ້ນມີກົນໄກຫັນຂໍ້ລິເລີ່ມ ຊຽງໃໝ່...
ອາຊຽນ +3 ຊຸກຍູ້ການປັບປຸງເຄືອຂ່າຍຄວາມປອດໄພດ້ານການເງິນທົ່ວໂລກ - ảnh 1(ພາບປະກອບ:bnews.vn)

ບັນດາເຈົ້າໜ້າທີ່ການເງິນແຖວໜ້າຂອງ ຍີ່ປຸ່ນ, ຈີນ, ສ ເກົາຫຼີ ແລະ ບັນດາປະເທດ ອາຊຽນ ເຫັນດີເປັນເອກະພາບ ຄວນເພີ່ມທະວີເຄືອຂ່າຍຄວາມປອດໄພທາງການເງິນທົ່ວໂລກຕໍ່ໜ້າບັນດາຄວາມຂາດສະຖຽນລະພາບດ້ານເສດຖະກິດ. ເນື້ອໃນນີ້ໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ +3 ທີ່ຈັດຂຶ້ນໃນວັນທີ 2 ພຶດສະພາ ຢູ່ນະຄອນ Incheon (ປະເທດ ສ ເກົາຫຼີ), ຢູ່ນອກກອງປະຊຸມປະຈຳປີຄັ້ງທີ  56 ຂອງສະພາຜູ້ວ່າການທະນາຄານພັດທະນາ ອາຊີ (ADB).

        ໃນຖະແຫຼງການຮ່ວມ, ບັນດາຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານການເງິນໃນພາກພື້ນ ຜ່ານຫຼາຍກົນໄກ, ໃນນັ້ນມີກົນໄກຫັນຂໍ້ລິເລີ່ມ ຊຽງໃໝ່ເປັນຫຼາຍຝ່າຍ.ບັນດາເຈົ້າໜ້າທີ່ການເງິນຢັ້ງຢືນການຮ່ວມມືດ້ານການເງິນຂອງ ອາຊຽນ +3 ສວມບົດບາດນັບມື້ນັບຈຳເປັນເພື່ອແນໃສ່ຊ່ວຍໃຫ້ບັນດາພື້ນຖານເສດຖະກິດພາກພື້ນ ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ.

ຕອບກັບ

ຂ່າວ/ບົດ​ອື່ນ