ອາ​ຊຽນ - ຈີນ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຍຸດ​ທະ​ສາດ, ສ້າງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ ຢັ້ງຢືນວ່າ ອາຊຽນ ແລະ ຈີນສືບຕໍ່ຍົກສູງລັດທິຫຼາຍຝ່າຍ, ການຮ່ວມມືຢ່າງສະເໝີພາບ, ມີຄວາມເຄົາລົບເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ອາ​ຊຽນ - ຈີນ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຍຸດ​ທະ​ສາດ, ສ້າງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໂດບສືບຕໍ່ບັນດາເຫດການຂອງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 – 39. ຕ່ອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ຈີນຄັ້ງທີ 24. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ ຢັ້ງຢືນວ່າ ອາຊຽນ ແລະ ຈີນສືບຕໍ່ຍົກສູງລັດທິຫຼາຍຝ່າຍ, ການຮ່ວມມືຢ່າງສະເໝີພາບ, ມີຄວາມເຄົາລົບເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.  ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ຈີນ ສືບຕໍ່ເຂົ້າຮ່ວມການຮ່ວມມືໃນພາກພື້ນ ແລະ ສາກົນ ໃນການຄວບຄຸມໂລກລະບາດ, ຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ, ອາຊຽນ ແລະ ຈີນ ຟື້ນຟູບັນດາລະບົບການຜະລິດ, ສະໜອງຂອງພາກພື້ນ ໂດຍໄວ, ສ້າງຄວາມສະດວກໃນການສັນຈອນໄປມາຢ່າງປອດໄພໃຫ້ແກ່ປະຊາຊົນ, ນັກທຸລະກິດ, ພ້ອມທັງສົ່ງເສີມການລົງທຶນ, ແລກປ່ຽນ ການຄ້າ, ສ້າງໄມ້ງັດໃຫ້ແກ່ການຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ