ອາຊຽນ ຊຸກຍູ້ ແລະ ປົກປ້ອງບັນດາສິດຂອງແມ່ຍິງ ແລະ ເດັກນ້ອຍ

ອາຊຽນ ຊຸກຍູ້ ແລະ ປົກປ້ອງບັນດາສິດຂອງແມ່ຍິງ ແລະ ເດັກນ້ອຍ - ảnh 1
(ພາບປະກອບ: TTXVN)

(vovworld) – ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ຄະນະ​ກຳມະການ​ອາ​ຊຽນ ກ່ຽວ​ກັບ​ການ​ຊຸກຍູ້​ບັນດາສິດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ (ACWC) ​ໂດ​ຍຄະນະ​ເລຂາ​ອາ​ຊຽນ ຈັດ​ຕັ້ງ​ແຕ່​ວັນ​ທີ 25 – 27/02 ຢູ່​ນະຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ທີ່​ກອງ​ປະຊຸມ​​ໃຫຍ່, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR) ​ແລະ ບັນດາ​ອົງການກ່ຽວຂ້ອງ​ອື່ນໆ​ຂອງ​ອາ​ຊຽນ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ການ​ຄ້າ​​ແມ່​ຍິງ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ແກ້​ໄຂ​ບັນດາ​ເຫດການ​ຂອງ​ອົງການ​ປະຕິບັດ​ກົດໝາຍ, ພາລະ​ກອນ​ສັງຄົມ, ພະນັກງານ​ສາທາລະນະ​ສຸກ​ຢ່າງ​ມີ​ປະສິດທິ​ຜົນ. ACWC ພວມ​ຜັນ​ຂະຫຍາຍ​​ແຜນການ​ເຄື່ອນ​ໄຫວ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ສຳລັບ​ແມ່ຍິງ (EVAW) ​ແລະ ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ສຳລັບ​ເດັກນ້ອຍ (EVAC). ທັງ 2 ​ເອກະສານ​ດັ່ງກ່າວ​ໄດ້​ຮັບການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 23 ປີ 2014. ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ 11 ຂອງ ACWC ຈະ​ດຳ​ເນີນ​ໃນ​ເດືອນ 10/2015 ຢູ່​ຟີ​ລິບ​ປິນ.

ຂ່າວ/ບົດ​ອື່ນ